ສະເຫຼີມສະຫຼອງ75ປີແຫ່ງວັນພາກໃຕ້ລຸກຮຶ້ຂຶ້ນຢູ່ນະຄອນໂຮ່ຈີມິນ

ສະເຫຼີມສະຫຼອງ75ປີແຫ່ງວັນພາກໃຕ້ລຸກຮຶ້ຂຶ້ນຢູ່ນະຄອນໂຮ່ຈີມິນ - ảnh 1
ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້ “ນ້ຳ​ໃຈ​ວັນ ນາມ​ກີ​
ລຸກ​ຮຶ້ຂຶ້ນອະມະ​ຕະ” (ພາບ: sggp.org.vn)

(vovworld) ​ ​ ສະ​ເຫຼີມສະຫຼອງ 75 ປີ​ແຫ່ງ​ວັນ​ນາມ​ກີ (ພາກ​ໃຕ້) ລຸກ​ຮຶ້ຂຶ້ນ (23/11/1940 – 23/11/2015), ຕອນ​ເຊົ້າ​ວັນ​ທີ 19/11, ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້ “ນ້ຳ​ໃຈ​ວັນ ນາມ​ກີ​ລຸກ​ຮຶ້ຂຶ້ນອະມະ​ຕະ” ​ໄຂ​ຂຶ້ນ​ຢູ່ນະຄອນ ​ໂຮ່ຈີ​ມິນ, ງານ​ວາງສະ​ແດງ​ແນະນຳ​ໂດຍສັງ​ເຂ​ບບັນຍາກາດ​ອັນ​ພິລະ​ອົງອາດຂອງ​ປະຊາຊົນ ​ແລະ ອົງຄະ​ນະ​ພັກ ນາມ​ກີ ​ໃນ​ພາລະກິດ​ຕໍ່ສູ້​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ, ພັດທະນານະຄອນ​ໃຫ້​ຮັ່ງມີ​ສວຍ​ງາມ ​ແລະ ສີວິ​ໄລ. ປ້າ ຮ່ວາງ​ທິທູ​ລວາ​ນ ຊາວ​ນະຄອນ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ ສະ​ເທືອ​ນ​ໃຈ​ທີ່​ສຸດຕໍ່​ຄວາມ​ອົງອາດ​ກ້າ​ຫານຂອງ​ຊາວ ຫວຽດນາມ ​​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃຫ້​ທຸກ​ວັນ​ນີ້. ບັນດາ​ງານ​ວາງສະ​ແດງ​ຄື​​ແນວ​ນີ້ ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ເພື່ອ​ໃຫ້​ພວກ​ເຮົາ​ຍາມ​ໃດ​ກໍ​ຈົດ​ຈຳ​ເຖິງ​ການ​​ເສຍສະຫລະ​ຊີວິດ​ຂອງ​ລຸ່ນກ່ອນ ​ແນ​ໃສ່​ນຳສັນຕິພາບ​ມາໃຫ້​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້”.

ງານ​ວາງສະ​ແດງ “ນ້ຳ​ໃຈ​ວັນ​ ນາມ​ກີ ລຸກ​ຮຶ້ຂຶ້ນອະ​ມະ​ຕະ”  ດຳ​ເນີນຮອດ​ວັນ​ທີ 27/11 ຈຶ່ງ​ຈະ​ອັດ​ລົງ.

 

 

ຂ່າວ/ບົດ​ອື່ນ