ສະເຫລີມສະຫລອງ40ປີແຫ່ງວັນສ້າງຕັ້ງກອງບັນຊາການປ້ອງກັນສຸສານປະທານໂຮ່ຈິມີນ

ສະເຫລີມສະຫລອງ40ປີແຫ່ງວັນສ້າງຕັ້ງກອງບັນຊາການປ້ອງກັນສຸສານປະທານໂຮ່ຈິມີນ - ảnh 1
ພາບ​ປະ​ກອບ:baomoi.com

 (vovworld)- ​ ​ຕອນ​ເຊົ້າ​ວັນ​ທີ 21/8 ຢູ່ ຮ່​າ​ໂນ້ຍ, ກອງ​ບັນ​ຊາ​ການ​ປ້ອງ​ກັນ​ສຸ​ສານ​ປະ​ທາ​ນ​ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີ​ມ​ສະ​ຫລອງ 40 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ (29/8/1975-29/8/2015). ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ໄດ້​ເຂົ້າ​ຮ່ວມ ແລະ ມອບ​ຫລຽນ​ໄຊ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຊັ້ນ​ຫນຶ່ງ​ໃຫ້ ກອງ​ບັນ​ຊາ​ການ​ປ້ອງ​ກັນ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ.

ກ່າວ​ຄຳ​ເຫັນ​ທີ​່​ພິ​ທີ, ຕາງ​ຫນ້າ​ໃຫ້​ຄະ​ນະ​ພັກ​ການທ​ະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ເຈືອງກວາງ​ແຄງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ໄດ້​ສະ​ເຫນີ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ຕ້ອງ​ຊາບ​ຊືມ​ແນວ​ທາງ​ການ​ເມືອງ, ການ​ທະ​ຫານ​ຂອງ​ພັກ, ຫນ້າ​ທີ່​ຮັກ​ສາ​ຊາກ​ສົບ​ປະ​ທານ​ໂຮ່​ຈິ​ມີນ​ຢ່າງ​ປອດ​ໄພ ແລະ ຍາວ​ນານ. ທີ່​ພິ​ທີສະ​ເຫລີ​ມ​ສະ​ຫລອງ, ຄະ​ນະ​ຈັດ​ຕັ້ງ​ໄດ້​ປະ​ກາດ​ຈົດ​ໝາຍ​ຂອງ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສົ່ງ​ເຖິງ​ພະ​ນັກ​ງານ, ນັກ​ຮົບ, ພາ​ລະ​ກອນ, ລັດ​ຖະ​ກອນ ໃນ​ກອງບ​ັນ​ຊາ​ການ​ປ​ອ້ງ​ກັນ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ.

 

 

 

ຂ່າວ/ບົດ​ອື່ນ