ສະເໜີຕົວ “ກຸ່ມນັກຊ່ຽວຊານຄົ້ນຄ້ວາກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”

(VOVWORLD) - ກຸ່ມນັກຊ່ຽວຊານລວມມີສະມາຊິກ 10 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານ, ນັກວິທະຍາສາດມີອິດທິພົນຊື່ສຽງພາຍໃນປະເທດ. ທີ່ພິທີ, ບັນດານັກຊ່ຽວຊານ, ນັກປາຖະກະຖາ ໄດ້ແນະນຳ, ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບບັນຫາຮ່ວມສຳພັນເຂດຂອງພື້ນຖານເສດຖະກິດ ຫວຽດນາມ ໃນປະຈຸບັນ
ສະເໜີຕົວ “ກຸ່ມນັກຊ່ຽວຊານຄົ້ນຄ້ວາກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” - ảnh 1ພິທີເວທີປາໄສ Mekong Connect 2017 

ໃນຂອບເຂດເວທີປາໄສ Mekong Connect 2017, ຕອນບ່າຍວັນທີ 25 ຕຸລາ, ແຂວງ ເບັນແຈ ໄດ້ສົມທົບກັບບັນດາແຂວງ ອານຢາງ, ດົ່ງທາບ, ເກີນເທີ ແລະ ສະມາຄົມວິສະຫະກິດສິນຄ້າ ຫວຽດນາມ ຄຸນນະພາບສູງ ໄດ້ຈັດຕັ້ງການສະເໜີຕົວ “ກຸ່ມນັກຊ່ຽວຊານຄົ້ນຄ້ວາກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ກຸ່ມນັກຊ່ຽວຊານລວມມີສະມາຊິກ 10 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານ, ນັກວິທະຍາສາດມີອິດທິພົນຊື່ສຽງພາຍໃນປະເທດ. ທີ່ພິທີ, ບັນດານັກຊ່ຽວຊານ, ນັກປາຖະກະຖາ ໄດ້ແນະນຳ, ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບບັນຫາຮ່ວມສຳພັນເຂດຂອງພື້ນຖານເສດຖະກິດ ຫວຽດນາມ ໃນປະຈຸບັນ. ລະອຽດແມ່ນ ບັນຫາ “ນ້ຳ, ຂີ້ຊາຍ ແລະ ດິນສັນດອນ, ບັນດາສິ່ງທ້າທາຍຂອງເຂດທົ່ງພຽງແມ່ນ້ຳຂອງ”; ໂລກາພິວັດ, ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ