ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບອານເຊຣີ - ຫວຽດນາມ

(VOVWORLD) -ວັນທີ 20 ມັງກອນ, ຢູ່ນະຄອນຫຼວງ Algiers, ສະພາແຫ່ງຊາດ ອານເຊຣີ ໄດ້ຈັດພິທີປະກາດ ແລະ ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບອານເຊຣີ - ຫວຽດນາມ ໂດຍທ່ານສະມາຊິກລັດຖະສະພາ Nemamcha Mohamed, ສະມາຊິກກຳມາທິການການຕ່າງປະເທດສະພາແຫ່ງຊາດ, ເປັນຫົວໜ້າຄະນະ.

ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບອານເຊຣີ - ຫວຽດນາມ - ảnh 1 ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບອານເຊຣີ - ຫວຽດນາມ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ຟ້າມກວັກຈຸ ຖືວ່າ, ເລື່ອງສ້າງຕັ້ງກຸ່ມ ແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ ໃນການພົວພັນລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມກວັກຈຸ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຂອງ 2 ປະເທດ ຈະເພີ່ມທະວີການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການຮັດແໜ້ນການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ແລະ 2 ປະເທດຫຼາຍກວ່າອີກ, ນຳການພົວພັນຮ່ວມມືດັ່ງກ່າວໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ