ສະເໜີຕົວກົມຮັກສາສັນຕິພາບ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 5 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດໄດ້ສົມທົບກັນຈັດຕັ້ງພິທີມອບສົ່ງໜ່ວຍປະຕິບັດງານລະຫວ່າງຂະແໜງ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ

ຈາກກະຊວງການຕ່າງປະເທດໃຫ້ກະຊວງປ້ອງກັນປະເທດ ແລະ ພິທີສະເໜີຕົວກົມຮັກສາສັນຕິພາບ ຫວຽດນາມ. ເຂົ້າຮ່ວມ ແລະ ກ່າວຄວາມເຫັນນະພິທີ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຕີລາຄາສູງບັນດາຜົນງານ ທີ່ໜ່ວຍປະຕິບັດງານລະຫວ່າງຂະແໜງບັນລຸໄດ້ໃນ 4 ປີຜ່ານມາ ໃນການປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສະຫະປະຊາຊາດ.

        “ດ້ວຍທິດນຳທີ່ວ່າ ປະກອບສ່ວນເພື່ອສັນຕິພາບ, ຄວາມໝັ້ນຄົງສາກົນ ກໍ່ແມ່ນການປະກອບສ່ວນທີ່ສຳຄັນ, ຮັບປະກັນໃຫ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພວກເຮົາ. ຂ້າພະເຈົ້າສະເໜີສືບຕໍ່ຍົກສູງລະດັບຄວາມຮູ້, ຈັດຕັ້ງການເຝິກອົບຮົມ, ພິເສດແມ່ນກຳລັງຄວາມສາມາດດ້ານວິຊາການ, ທັກສະ, ພາສາຕ່າງປະເທດໃຫ້ພະນັກງານ, ນັກຮົບ ເພື່ອຄ່ອຍໆຮັບບົດບາດອັນໃຫຍ່ຫຼວງກວ່າອີກ, ກໍ່ຄືປະຕິບັດສຳເລັດພາລະໜ້າທີ່ອັນສູງສົ່ງໃນການຮັກສາ ແລະ ສ້າງສາສັນຕິພາບ. ສະແຫວງຫາບັນດາແຫຼ່ງກຳລັງໜູນຊ່ວຍຈາກພາຍນອກ, ເປັນຕົ້ນແມ່ນ ສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືແກ່ນສານອື່ນໆ“.

ຕອບກັບ

ຂ່າວ/ບົດ​ອື່ນ