ສະເໜີຕົວສູນຄົ້ນຄວ້າອາຊຽນຢູ່ອິນເດຍ

ສະເໜີຕົວສູນຄົ້ນຄວ້າອາຊຽນຢູ່ອິນເດຍ - ảnh 1
ສະເໜີຕົວສູນຄົ້ນຄວ້າ ອາຊຽນ ຢູ່ ອິນເດຍ
(ພາບ:ສະຖານທູດ)

(vovworld)- ວັນ​ທີ 8/8, ​ຜູ້ຕາງ​ໜ້າ​ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອິນ​ເດຍ, ອຳ​ນາດ​ການ​ປົກ​ຄອງ​ລັດ Meghalaya ຢູ່​ເຂດຕາ​ເວ​ັນ​ອອກ​ສ່ຽງ​ເໜືອ ​ຂອງ​ປະ​ເທດ​ອິດ​ເດຍ ພ້ອມດ້ວຍ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ​ທີ່​ຂື້ນ​ກັບ​ ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວ​ັນ​ອອກ​ສຽງ​ໃຕ້ (ອາ​ຊຽນ) ຢູ່ New Delhi ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະຫຼອງ ສູນ​ຄົ້ນ​ຄວ້າ​ອາ​ຊຽນ ຢູ່​ມາ​ຫາ​ວິ​ທະ​ຍາ​ໄລ​ພາກຕາ​ເວັນ​ອອກ​​ສ່ຽງ​ເໜືອ, ຂື້ນ​ກັບ ລັດ Meghalaya . ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ ສູນ​ຄົ້ນ​ຄວ້າ​ອາ​ຊຽນ​ ໂດຍ ທ່ານ ນາຍ​ົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ຍົກ​ອອກ​​ມາເປັນ​ຄັ້ງ​ທຳ​ອິດ​ ໃນ​ບົດ​ກ່າວ​ຄຳ​ປາ​ໃສ ຢູ່ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ-ອິນ​ເດຍ ຄັ້ງ​ທີ 13 ຢູ່ Kuala Lumpur (ມາ​ເລ​ເຊຍ) ໃນ​ເດືອນ 11/2015.

        ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ເປີດ​ສະຫຼອງ, ທ່ານ ໂຕນ​ຊິງ​ແທ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ ອິນ​ເດຍ ໄດ້​ຕີ​ລາ​ຄາ​ສູ​ງ​ການ​ສ້າງ​ຕັ້ງ​ ຂອງ​ສູນ​ຄົ້ນ​ຄວ້າ​ອາ​ຊຽນ ຢູ່​ເຂດ​ທີ່​ມີ​ຈຸດຄ້າຍ​ຄື​ກັນຫຼາຍ​ຢ່າງ ​ກັບຫຼາ​ຍ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ດ້ານປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ດິນ​ຟ້າອາ​ກາດ… ດ້ວຍ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ພົວ​ພັນ​ ອາ​ຊຽນ-ອິນ​ເດຍ ແຕ່​ປີ 2015-2018, ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ: ສູນ​ຈະ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ຂອງ​ອິນ​ເດຍ, ພິ​ເສດ​ແມ່ນ​ ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ສຳ​ລັບ​ອາ​ຊຽນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ ເຂດນີ້ ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ໂຕນ​ຊິງ​ແທ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ມອບ​ ​​ສິ່ງ​ພີມ​ຈຳ​ນວນ​ໜຶ່ງ​ທີ່​ແນະ​ນຳ​ ກ່ຽວ​ກັບ​ຫວຽດ​ນາມ ໃຫ້ສູນ.

ຂ່າວ/ບົດ​ອື່ນ