ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ກອບ​ເງິ​ນ​ເປັນ​ຈຳ​ນວນ 1,28 ຕື້ USD ເຂົ້າກອງ​ທຶນ​ເປັນ​ກາງ​ການ​ເງິນ​ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ

(VOVWORLD) -ທ່ານນາງລັດຖະມົນຕີກະຊວງການເງິນ ອິນໂດເນເຊຍ Sri Mulyani Indrawati  ໄດ້ປະກາດບັນດາຄຳໝັ້ນສັນຍາສະຫງວນໃຫ້ແກ່ກອງທຶນເປັນກາງການເງິນ (FIF) ກ່ຽວກັບການປ້ອງກັນ, ສະກັດກັ້ນ, ກະກຽມ ແລະ ຮັບມືກັບໂລກລະບາດ (PPR) ເຊິ່ງປັດຈຸບັນບັນລຸເກືອບ 1,28 ຕື້ USD.
ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ກອບ​ເງິ​ນ​ເປັນ​ຈຳ​ນວນ 1,28 ຕື້ USD ເຂົ້າກອງ​ທຶນ​ເປັນ​ກາງ​ການ​ເງິນ​ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ - ảnh 1ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ຢູ່
Nusa Dua(ພາບ: AFP/TTXVN)

 ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນທ້າຍອາທິດຜ່ານມາ, ທ່ານນາງ Sri Mulyani Indrawati ໃຫ້ຮູ້ວ່າ ຈຳນວນເງິນລວມມີຄຳໝັ້ນສັນຍາເພີ່ມເຕີມຂອງບາງສະມາຊິກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຢູ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ຄັ້ງທີ 3 ຢູ່ເກາະບາລີ. ບັນດາຄຳໝັ້ນສັນຍາອຸປະຖຳໃນເມື່ອກ່ອນແມ່ນ ມາຈາກປະເທດ ອາເມລິກາ, ຄະນະກຳມະການເອີລົບ (EC), ເຢຍລະມັນ, ອິນໂດເນເຊຍ, ສິງກະໂປ, ອັງກິດ, ກອງທຶນ Wellcome Trust ແລະ ກອງທືນ Bill & Melinda Gates. ບັນດາຄຳໝັ້ນສັນຍາອຸປະຖຳເພີ່ມເຕີມໄດ້ຍົກອອກມາຢູ່ກອງປະຊຸມຜ່ານມາທີ່ມາຈາກປະເທດ ອີຕາລີ, ຈີນ, ສະຫະລັດ  ອາຣັບ ເອມີເລດ (UAE), ຍີ່ປຸ່ນ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ