ສ້າງກົງຈັກບໍລິຫານລັດໃຫ້ກະທັດຮັດ,ມີປະສິດທິພາບ,ປະສິດທິຜົນ

(VOVWORLD) -  ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດໄລຍະ 2011 – 2016.
ສ້າງກົງຈັກບໍລິຫານລັດໃຫ້ກະທັດຮັດ,ມີປະສິດທິພາບ,ປະສິດທິຜົນ - ảnh 1 ພາບປະກອບ

        ສສຊ ສ່ວນຫຼາຍຖືວ່າ ປະຈຸບັນ ກົງຈັກບໍລິຫານລັດ ບໍ່ກະທັດຮັດ, ປະສິດທິຜົນບໍ່ສູງ. ບັນດາ ສສຊ ສະເໜີສືບຕໍ່ປັບປຸງນະໂຍບາຍ, ກົດໝາຍ ວ່າດ້ວຍການປະຕິຮູບກົງຈັກການຈັດຕັ້ງບໍລິຫານລັດໃຫ້ຄົບຊຸດ, ຄົບຖ້ວນ, ທັນການ, ມີຄຸນນະພາບ. ທ່ານ ຟູ່ງດືກຕ໋ຽນ, ສສຊ ແຂວງ ຮ່ານາມ, ປະກອບຄຳເຫັນວ່າ:

        “ຂ້າພະເຈົ້າສະເໜີມາດຕະການກໍ່ສ້າງປັບປຸງ ແລະ ນຳເຂົ້າໝູນໃຊ້ໃນລະບົບລັດຖະບານເອເລັກໂຕນິກຢ່າງຄົບຊຸດໂດຍໄວ. ນີ້ແມ່ນທ່າອ່ຽງຈຳເປັນໃນໄລຍະພັດທະນາວິທະຍາສາດ ເຕັກໂນໂລຢີ, ການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານ. ສ້າງກົນໄກການຕິດຕໍ່ພົວພັນຂອງປະຊາຊົນກັບລະບົບການບໍລິຫານແຫ່ງຊາດ, ຖືຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ວັດແທກການຕີລາຄາ, ປະສິດທິຜົນ, ປະສິດທິພາບຂອງການປະຕິຮູບກົງຈັກການບໍລິຫານຢູ່ ຫວຽດນາມ, ສ້າງພື້ນຖານບໍລິຫານແຫ່ງການສ້າງສັນ ແລະ ຮັບໃຊ້ ປະຊາຊົນ.”

        ສ່ວນທ່ານ ເລແອງຕ໋ວນ, ສສຊ ແຂວງ ຮ່າຕິ້ງ, ຖືວ່າ:

        “ຂ້າພະເຈົ້າເຫັນດີຕໍ່ການສ້າງຕັ້ງກົນໄກທີ່ວ່າ: ເມື່ອຂັ້ນເທິງມີອົງການຈັດຕັ້ງໃດ, ແມ່ນຂັ້ນລຸ່ມກໍ່ຕ້ອງມີອົງການຈັດຕັ້ງນັ້ນ. ບໍ່ແມ່ນວ່າບັນດາຫົວໜ່ວຍ, ທ້ອງຖິ່ນ ໃດກໍ່ມີຮູບແບບການຈັດຕັ້ງກົງຈັກຄືກັນ. ຄຽງຄູ່ກັນນັ້ນ, ກໍ່ຊັບຊ້ອນຫລຸດຜ່ອນບັນດາຫົວໜ່ວຍວິຊາການຂຶ້ນກັບລັດຖະບານ ໃຫ້ເໝາະສົມກ່ວາກັບທຳນຽມສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ