ສ້າງກົນໄກນະໂຍບາຍກ່ຽວກັບວຽກເຮັດງານທຳໃຫ້ຄົນພິການ ຫວຽດນາມ

(VOVWORLD) -ຄົນພິການມີວຽກເຮັດງານທຳ ບໍ່ພຽງແຕ່ຊ່ວຍໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງ, ຫາກຍັງເປັນການຢັ້ງຢືນຄວາມສະເໝີພາບໃນການສຳຜັດກັບວຽກງານສຳລັບແຕ່ລະຄົນ
ສ້າງກົນໄກນະໂຍບາຍກ່ຽວກັບວຽກເຮັດງານທຳໃຫ້ຄົນພິການ ຫວຽດນາມ - ảnh 1ອັດຕາຄົນພິການມີວຽກເຮັດງານທຳອາຍຸແຕ່ 15 ປີຂຶ້ນໄປແມ່ນ 36%
(ພາບປະກອບ)

        ຕອນເຊົ້າວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ສົມທົບກັບທະນາຄານໂລກ (WB) ຈັດກອງປະຊຸມສຳມະນາ “ສະພາບຕົວຈິງ ແລະ ມາດຕະການສ້າງວຽກເຮັດງານທຳໃຫ້ຄົນພິການຢູ່ ຫວຽດນາມ”.

        ຕາມການສະຖິຕິຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ປະຈຸບັນມີຄົນພິການທັງໝົດ 6,3 ລ້ານຄົນ. ອັດຕາຄົນພິການມີວຽກເຮັດງານທຳອາຍຸແຕ່ 15 ປີຂຶ້ນໄປແມ່ນ 36%, ໃນຂະນະທີ່ອັດຕາຄົນທຳມະດາແມ່ນ 60%. ຄົນພິການມີວຽກເຮັດງານທຳ ບໍ່ພຽງແຕ່ຊ່ວຍໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງ, ຫາກຍັງເປັນການຢັ້ງຢືນຄວາມສະເໝີພາບໃນການສຳຜັດກັບວຽກງານສຳລັບແຕ່ລະຄົນ, ປະກອບສ່ວນຮັບປະກັນຊີວິດສັງຄົມ. ທ່ານ ຟ້າມກວາງຄວາດ, ປະທານສະມາຄົມຄົນພິການເມືອງ ຮ່ວາງມາຍ, ຮ່າໂນ້ຍ, ຖືວ່າ:

        “ວຽກເຮັດງານທຳບໍ່ພຽງແຕ່ຊ່ວຍໃຫ້ຄົນພິການມີລາຍຮັບຕື່ມອີກ ຫາກຍັງຊ່ວຍໃຫ້ຄົນພິການເຊື່ອມໂຍງເຂົ້າກັບປະຊາຄົມເປັນຢ່າງດີກວ່າ ແລະ ຊ່ວຍໃຫ້ເຂົາເຈົ້າເຫັນໄດ້ວ່າ ເຂົາເຈົ້າມີປະໂຫຍດກວ່າໃຫ້ແກ່ສັງຄົມ. ຖ້າສັງຄົມບໍ່ສ້າງເງື່ອນໄຂດ້ານວຽກເຮັດງານທຳໃຫ້ຄົນພິການກໍ່ຈະເປັນການຟູມເຟືອຍແຮງງານ ຍ້ອນຄົນພິການສາມາດເຮັດວຽກງານທີ່ເໝາະສົມກັບຄວາມສາມາດ ແລະ ສຸຂະພາບຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ