ສ້າງ​ກຳ​ລັງ​ໜູນ​ໃໝ່, ປຸກ​​ລຸກ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເຂດ​ພູພຽງ ແລະ ​ພູ​ສູງ ທາງ​ທິດ​ເໜືອ ຫວຽດ​ນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ການວາງແຜນຜັງ ເຂດພູພຽງ ແລະ ພູສູງ ທາງທິດເໜືອ ຕ້ອງມີວິທີການສຳຜັດຢ່າງມີວິທະຍາສາດ, ມີແບບມີແຜນ.
ສ້າງ​ກຳ​ລັງ​ໜູນ​ໃໝ່, ປຸກ​​ລຸກ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເຂດ​ພູພຽງ ແລະ ​ພູ​ສູງ ທາງ​ທິດ​ເໜືອ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມສະພາປະເມີນການວາງແຜນຜັງເຂດພູພຽງ ແລະ ພູສູງ ທາງທິດເໜືອ ໃນໄລຍະ 2021 – 2030, ວິໄສທັດ 2050 ໄດ້ດຳເນີນໃນຕອນບ່າຍວັນທີ 21 ທັນວາ ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ການວາງແຜນຜັງ ເຂດພູພຽງ ແລະ ພູສູງ ທາງທິດເໜືອ ຕ້ອງມີວິທີການສຳຜັດຢ່າງມີວິທະຍາສາດ, ມີແບບມີແຜນ, ຕີລາຄາຢ່າງຖືກຕ້ອງຕາມບົດບາດ, ທີ່ຕັ້ງຂອງເຂດ ໃນການພັດທະນາລວມຂອງທົ່ວປະເທດ. ຈາກນັ້ນ ກໍ່ກຳນົດບັນດາບັນຫາລະຫວ່າງທ້ອງຖິ່ນ, ລະຫວ່າງເຂດ, ແຫ່ງຊາດ… ທີ່ຕ້ອງໄດ້ຮັບການແກ້ໄຂ, ເພື່ອແນໃສ່ສ້າງກຳລັງໜູນໃໝ່, ປຸກລະດົມແຫຼ່ງກຳລັງບົນພື້ນຖານທ່າໄດ້ປຽບດ້ານທຳມະຊາດ, ເສດຖະກິດ, ສັງຄົມ, ວັດທະນະທຳ… ເພື່ອໃຫ້ເຂດພູພຽງ ແລະ ພູສູງ ທາງທິດເໜືອພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ:

ການຈັດແບ່ງປະຊາຊົນຄືນໃໝ່, ສັບຊ້ອນປະຊາຊົນຄືນໃໝ່ແມ່ນບັນຫາໃຫຍ່. ຕິດກັບໄປນຳບັນຫານັ້ນ ແມ່ນການພັດທະນາປະຊາຊົນ ເພື່ອໃຫ້ປະຊາຊົນທັງມີການດຳລົງຊີວິດທີ່ດີ ທັງ ມີການອອກແຮງງານ ທຳການຜະລິດໄດ້. ຍາມນັ້ນ ຈຶ່ງຜັນຂະຫຍາຍກ່ຽວກັບເປົ້າໝາຍພັດທະນາຊົນນະບົດ ແລະ ບັນດານະໂຍບາຍໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ຢ່າງຄົບຊຸດ.

ຕອບກັບ

ຂ່າວ/ບົດ​ອື່ນ