ສ້າງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ປະ​ດິດ​​ຄິດ​ສ້າງ, ມີ​ສີ​ສັນ, ​ພິ​ເສດ​ສະ​ເພາະ, ເປັນ​ມື​ອາ​ຊີບ, ແກ່ງ​ແຍ້ງ.

(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ຕ້ອງມານະພະຍາຍາມ, ກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນກ່ວາອີກ;
ສ້າງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ປະ​ດິດ​​ຄິດ​ສ້າງ, ມີ​ສີ​ສັນ, ​ພິ​ເສດ​ສະ​ເພາະ, ເປັນ​ມື​ອາ​ຊີບ, ແກ່ງ​ແຍ້ງ. - ảnh 1(ພາບ: VGP/Nhật Bắc)

    ຕອນເຊົ້າວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຊື່ງໄດ້ເຊື່ອມຕໍ່ກັບ 63 ແຂວງນະຄອນໃນທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

   ໃນໄລຍະທີ່ຜ່ານມາ, ບັນດາຂະແໜງອຸດສາຫະກຳວັດທະນະທຳ ຄ່ອຍໆກາຍເປັນຂະແໜງເສດຖະກິດ, ການບໍລິການສຳຄັນ. ການລົງທຶນເຂົ້າບັນດາຂະແໜງອຸດສາຫະກຳວັດທະນະທຳ ໄດ້ຊຸກຍູ້ຕະຫຼາດອຸດສາຫະກຳວັດທະນະທຳ ມີບາດກ້າວເດີນໃໝ່ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ. ເພື່ອໃຫ້ ຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ພັດທະນາໄວ, ຍືນຍົງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຢ່າງມີປະສິດທິຜົນນັ້ນ, ຕ້ອງມີການຫັນປ່ຽນຢ່າງແຮງຈາກສະຕິຄວາມຮັບຮູ້, ຈິນຕະນາການ ຕະຫຼອດຮອດການກະທຳ, ປະກອບສ່ວນສ້າງອຸດສາຫະກຳວັດທະນະທຳ ຫວຽດນາມ ປະດິດຄິດສ້າງ, ມີສີສັນ, ພິເສດສະເພາະ, ເປັນມືອາຊີບ, ແກ່ງແຍ້ງ.

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ການພັດທະນາອຸດສາຫະກຳວັດທະນະທຳ ຕ້ອງໄດ້ຈັດວາງໃນການພັດທະນາເສດຖະກິດສັງຄົມສັງລວມ, ເຊື່ອມຕໍ່ບັນດາການເຄື່ອນໄຫວປະດິດຄິດສ້າງ, ສິລະປະກັບການຜະລິດ, ດຳເນີນທຸລະກິດ. ພັດທະນາຕ້ອງມີຈຸດສຸມ, ອຸດສາຫະກຳວັດທະນະທຳຕາມທິດເປັນມືອາຊີບ, ທັນສະໄໝ, ຂະຫຍັນຂັນເຄື່ອນ, ມີລັກສະນະແກ່ງແຍ້ງສູງ, ພ້ອມທັງຫັນເປັນຫຼາຍຮູບຫຼາຍແບບ, ຮ່ວມສຳພັນຫຼາຍຂະແໜງ, ຫຼາຍຂົງເຂດ; ສອດຄ່ອງກັບບັນດາກົດເກັນພື້ນຖານຂອງເສດຖະກິດການຕະຫຼາດ ແລະ ທ່າອ່ຽງຂອງຍຸກສະໄໝ.

   ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ຕ້ອງມານະພະຍາຍາມ, ກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນກ່ວາອີກ; ເປັນເຈົ້າການ, ສົມທົບກັນຢ່າງແໜ້ນແຝ້ນ, ສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການ ແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຢ່າງແຮງ, ສົ່ງເສີມທຸກການຊອກຮູ້, ເຄົາລົບສິດເສລີໃນການປະດິດຄິດສ້າງ, ເອົາໃຈໃສ່ເປັນພິເສດບັນດາຂະແໜງມີຫຼາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອຮອດປີ 2030 ມູນຄ່າເພີ່ມຂອງບັນດາຂະແໜງອຸດສາຫະກຳວັດທະນະທຳ ປະກອບສ່ວນ 7% GDP.

 


 

 

ຕອບກັບ

ຂ່າວ/ບົດ​ອື່ນ