ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ຮັບ​ມືກັບ​ບັນດາ​ຜົນ​ກະທົບ​ຈາກ​ພາຍ​ນອກ​ຢ່າງ​ມີ​ໄຫວ​ພິບ

(VOVWORLD) -      ຕອນຄໍ່າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນເຈົ້າພາບງານລ້ຽງຮຮັບຮອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM ວົງແຄບ).
ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ຮັບ​ມືກັບ​ບັນດາ​ຜົນ​ກະທົບ​ຈາກ​ພາຍ​ນອກ​ຢ່າງ​ມີ​ໄຫວ​ພິບ - ảnh 1ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN)

        ກ່າວຄໍາເຫັນທີ່ງານລ້ຽງ, ທ່ານພົນເອກໂງຊວັນລິກ ເນັ້ນໜັກວ່າ: ດ້ວຍການຂະຫຍາຍຕົວໃນກວ່າເຄິ່ງສະຕະວັດຂອງ ອາຊຽນ, ບັນດາປະເທດສະມາຊິກ ໄດ້ຮັກສາຄວາມເປັນເອກະພາບໃນຄວາມເປັນຫຼາຍຮູບຫຼາຍສີຂອງບັນດາປະເທດ, ສືບຕໍ່ຮ່ວມສໍາພັນກັນຢ່າງແໜ້ນແຟ້ນ ດ້ວຍບັນດາຄຸນຄ່າສີສັນວັດທະນະທໍາ, ອາລົມຈິດຂອງປະຊາຄົມ, ຄວາມຮັບຜິດຊອບ ແລະ ຜົນປະໂຫຍດໃນຊາຍຄາລວມ. ການຮ່ວມສໍາຄັນຂອງປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ໄດ້ເພີ່ມພູນຄູນສ້າງມາຈາກຄວາມມຸ່ງມາດປາດຖະໜາຢາກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງຂອງບັນດາປະເທດທັງໝົດໃນພາກພື້ນ.

        ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ແລ້ວ, ທີ່ກອງປະຊຸມ ADMM ວົງແຄບ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ອາຊຽນ ລ້ວນແຕ່ເຫັນດີເປັນເອກະພາບ ຮັບຮູ້ນໍາກັນວ່າ: ຢືນຢູ່ຕໍ່ໜ້າບັນດາການຜັນແປສັບສົນທີ່ເກີດຂຶ້ນຢ່າງລຽນຕິດຂອງສະພາບການໂລກ, ພາກພື້ນນັ້ນ ອາຊຽນ ຕ້ອງເພີ່ມທະວີການເຊື່ອມຕໍ່ພາຍໃນກຸ່ມ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ກໍາລັງແຮງລວມໝູ່ ເພື່ອຮັບມືກັບບັນດາຜົນກະທົບຈາກພາຍນອກຢ່າງມີໄຫວພິບ ແລະ ເປັນເຈົ້າການ. 

ຕອບກັບ

ຂ່າວ/ບົດ​ອື່ນ