ສ້າງ​ຍຸດ​ທະ​ສາດ​ສົ່ງ​ເສີມ​​ການ​ສົ່ງ​ອອກ​ໃຫ້​ເໝະ​ສົມ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -2 ວາລະປຶກສາຫາລື ດ້ວຍບັນດາເນື້ອໃນ: ກາລະໂອກາດ ແລະ ສິ່ງທ້າທາຍຂອງບາງຕະຫຼາດສົ່ງອອກ ໄລຍະຫຼັງ ໂຄວິດ - 19, ຍຸດທະສາດແຫ່ງຊາດຂອງ ກົມເສດຖະກິດສະຫະພັນສະວິດ ໄລຍະ 2021 – 2025 ແລະ ການກຳນົດທິດສົມທົບກັບຄູ່ຮ່ວມມືກ່ຽວກັບການຄ້າຢູ່ ຫວຽດນາມ.
ສ້າງ​ຍຸດ​ທະ​ສາດ​ສົ່ງ​ເສີມ​​ການ​ສົ່ງ​ອອກ​ໃຫ້​ເໝະ​ສົມ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ດ້ວຍຫົວຂໍ້ “ສົ່ງເສີມການສົ່ງອອກປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ”, ເວທີປາໄສສົ່ງເສີມການສົ່ງອອກ ຫວຽດນາມ ປີ 2021 ໄດ້ດຳເນີນໃນຕອນເຊົ້າວັນທີ 15 ທັນວາ, ຢູ່ຮ່າໂນ້ຍ. ເວທີປາໄສແມ່ນເພື່ອແນໃສ່ຜັນຂະຫຍາຍການກຳນົດທິດ, ມາດຕະການແກ້ໄຂຂອງລັດຖະບານ ກ່ຽວກັບການຊຸກຍູ້ການເຕີບໂຕເສດຖະກິດ, ສົ່ງອອກແບບຍືນຍົງ, ໜູນຊ່ວຍວິສາຫະກິດ, ສະຫະກອນຟື້ນຟູການຜະລິດ, ດຳເນີນທຸລະກິດ, ສົ່ງອອກໃນໄລຍະປົກກະຕິໃໝ່. ກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ: ປີ 2022, ຄາດຄະເນວ່າສະພາບການໂລກລະບາດໂຄວິດ - 19 ຢູ່ໃນໂລກ ແລະ ຫວຽດນາມ ຍັງຄົງຈະຜັນແປຢ່າງສັບສົນທີ່ສຸດ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ວ່າ ສັນຍານຕັ້ງໜ້ານັ້ນແມ່ນ ບັນດາຕະຫຼາດໃຫຍ່ຄື ອາເມລິກາ, ເອີລົບ… ໄດ້ເປີດປະຕູຄືນໃໝ່, ພ້ອມກັນນັ້ນແມ່ນ ສັນຍາການຄ້າເສລີສະບັບຕ່າງໆກໍ່ມີຜົນສັກສິດນັບແຕ່ຕົ້ນປີ 2022 ຈະສືບຕໍ່ສ້າງທ່າສະດວກໃຫ້ແກ່ການສົ່ງອອກ ຂອງ ຫວຽດນາມ. ທ່ານກ່າວວ່າ:

ເພື່ອສົ່ງເສີມການສົ່ງອອກໃຫ້ເປັນຢ່າງດີນັ້ນ ບັນດາຜະລິດຕະພັນຂອງ ວິສາຫະກິດ ຫວຽດນາມ ຕ້ອງມີຄຸນນະພາບດີ, ໝາຍຄວາມວ່າ ຕ້ອງຂຽວ, ສະອາດ ແລະ ຜະລິດຕາມແບບວິທີຍືນຍົງທີ່ສຸດ ກັບສິ່ງແວດລ້ອມ. ໃນສະພາບການໂລກລະບາດໂຄວິດ - 19, ມີຫຼາຍວິສາຫະກິດຕ້ອງຫັນປ່ຽນໄປສູ່ສະພາບແວດລ້ອມດີຈີຕອນ, ນີ້ກໍ່ແມ່ນທິດກ້າວເດີນໃໝ່ໃຫ້ແກ່ການສົ່ງເສີມການຄ້າ. ພວກເຮົາຕ້ອງສ້າງຍຸດທະສາດ ສົ່ງເສີມການຄ້າໃຫ້ເໝາະສົມ, ຮັບມືກັບໂລກລະບາດໂຄວິດ - 19 ໃນປີ 2022, ແກ້ໄຂບັນດາຂໍ້ຄົງຂ້າງຕ່າງໆ …

2 ວາລະປຶກສາຫາລື ດ້ວຍບັນດາເນື້ອໃນ: ກາລະໂອກາດ ແລະ ສິ່ງທ້າທາຍຂອງບາງຕະຫຼາດສົ່ງອອກ ໄລຍະຫຼັງ ໂຄວິດ - 19, ຍຸດທະສາດແຫ່ງຊາດຂອງ ກົມເສດຖະກິດສະຫະພັນສະວິດ ໄລຍະ 2021 – 2025 ແລະ ການກຳນົດທິດສົມທົບກັບຄູ່ຮ່ວມມືກ່ຽວກັບການຄ້າຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ