ສ້າງ​ຕັ້ງ​ສະ​ພາ​ປະ​ສານ​ງານ​ເຂດ​ພູ​ດອຍ ແລະ ພູ​ສູງ​ພາກ​ເໜືອ ໄລ​ຍະ 2021 – 2025

(VOVWORLD) -  ວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະພາປະສານງານເຂດພູດອຍ ແລະ ພູສູງພາກເໜືອ ຫວຽດນາມ ໄລຍະ 2021 – 2025, ໂດຍທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ເປັນປະທານ.

ຕາມຂໍ້ຕົກລົງ, ສະພາປະສານງານເຂດແມ່ນອົງການຈັດຕັ້ງສົມທົບກັບຂະແໜງການຕ່າງໆ, ມີໜ້າທີ່ເປັນເສນາທິການ, ສະເໜີຕໍ່ກັບນາຍົກລັດຖະມົນຕີກ່ຽວກັບກົນໄກ, ນະໂຍບາຍ, ຍຸດທະສາດ, ການວາງແຜນຜັງ, ແຜນການ, ລາຍການເຄື່ອນໄຫວ, ແຜນຮ່າງ, ໜ້າທີ່, ໂຄງການລະດັບເຂດ ແລະ ມີລັກສະນະຮ່ວມສຳພັນລະຫວ່າງເຂດ ແລະ ຊຸກຍູ້ການພັດທະນາຂຽວ, ຍືນຍົງ ແລະ ຮອບດ້ານຢູ່ເຂດດັ່ງກ່າວ. ສະພາດັ່ງກ່າວກໍຊ່ວຍນາຍົກລັດຖະມົນຕີຊີ້ນຳ, ປະສານງານ, ກະຕຸກຊຸກຍູ້, ກວດກາ, ຕິດຕາມກວດກາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດແຜນຜັງເຂດ, ກົນໄກ, ນະໂຍບາຍ, ແຜນການ, ໂຄງການ, ແຜນຮ່າງ….


ຕອບກັບ

ຂ່າວ/ບົດ​ອື່ນ