ສ້າງ​ຕັ້ງ​ໜ່ວຍ​​ງານ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ

(VOVWORLD) -ໜ່ວຍງານພິເສດແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ສ້າງ​ຕັ້ງ​ໜ່ວຍ​​ງານ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນຫົວໜ້າໜ່ວຍງານພິເສດ(ພາບ:  baodansinh.vn)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫາກໍ່ລົງນາມຂໍ້ຕົກລົງສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງ ນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນຫົວໜ້າໜ່ວຍງານພິເສດ. ໜ່ວຍງານພິເສດ ແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ໜ່ວຍງານພິເສດມີໜ້າທີ່ເປັນເຈົ້າການສຳຜັດ, ກຳແໜ້ນ, ຮັບຮູ້ຂໍ້ມູນ, ລວບລວມບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ ແລະ ປະຊາຊົນ, ສະເໜີຕໍ່ນາຍົກລັດຖະມົນຕີ ທິດທາງ, ວິທີການແກ້ໄຂຢ່າງທັນການເພື່ອຊີ້ນຳບັນດາບັນຫາສຳຄັນ, ຮີບດ່ວນ, ມີລັກສະນະລະຫວ່າງເຂດ, ລະຫວ່າງຂະແໜງ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ສົມທົບກັບບັນດາໜ່ວຍປະຕິບັດງານ ຂອງນາຍົກລັດຖະມົນຕີ ຢ່າງແໜ້ນແຟ້ນ ກ່ຽວກັບການກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນ ຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອເປັນເສນາທິການໃຫ້ແກ່ ນາຍົກລັດຖະມົນຕີ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ