ສ້າງ​ສູນ​​ອາ​ຊຽນ ແລະ ຄະ​ນະ​ກຳ​ມະ​ການ ອາ​ຊຽນ ປະ​ຈຳ ຢູ​ແກຼນ​ໂດຍ​ໄວ

(VOVWORLD) - ທ່ານ Yevhen Pikalov  ໄດ້ເນັ້ນໜັກວ່າ ການສ້າງຕັ້ງສູນອາຊຽນ ແລະ ຄະນະກຳມະການອາຊຽນ ປະຈຳ ຢູແກຼນ ແມ່ນບາດກ້າວເດີນສຳຄັນໃນແຜນການເປີດກ້ວາງການພົວພັນລະຫວ່າງ ຢູແກຼນ ກັບ ອາຊຽນ, ພ້ອມທັງຈະເປີດການເພີ່ມຊ່ອງຂໍ້ມູນຂ່າວສານທີ່ມີປະສິດທິຜົນຕື່ມອີກ ເພື່ອແນໃສ່ໂຄສະນາພາບພົດ, ເພີ່ມທະວີການພົວພັນແລກປ່ຽນ ວັດທະນະທຳ, ວິຊາການສຶກສາ ລະຫວ່າງ ຢູແກຼນ ແລະ ອາຊຽນ.
ສ້າງ​ສູນ​​ອາ​ຊຽນ ແລະ ຄະ​ນະ​ກຳ​ມະ​ການ ອາ​ຊຽນ ປະ​ຈຳ ຢູ​ແກຼນ​ໂດຍ​ໄວ - ảnh 1ທ່ານ ຫງວຽນຕວັນແອງ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັບບັນດາທ່ານເອກອັກຄະລັດຖະທູດ ອາຊຽນ ແລະ ທ່ານ Yuddi Chrisnandi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຢູແກຼນ

ວັນທີ 17 ພະຈິກ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ Yuddi Chrisnandi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຢູແກຼນ, ທ່ານ ຫງວຽນຕ໊ວນແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ເຂົ້າຮ່ວມການເຮັດວຽກລະຫວ່າງ  ເອກອັກຄະລັດຖະທູດ 3 ທ່ານ ຂຶ້ນກັບ ພາກພື້ນອາຊຽນ ແລະ ທ່ານ Yevhen Pikalov ຫົວໜ້າກົມອາຊີ - ປາຊີຟິກ ຂຶ້ນກັບກະຊວງການຕ່າງປະເທດ ຢູແກຼນນະທີ່ນີ້, ທ່ານ Yevhen Pikalov  ໄດ້ເນັ້ນໜັກວ່າ ການສ້າງຕັ້ງສູນອາຊຽນ ແລະ ຄະນະກຳມະການອາຊຽນ ປະຈຳ ຢູແກຼນ ແມ່ນບາດກ້າວເດີນສຳຄັນໃນແຜນການເປີດກ້ວາງການພົວພັນລະຫວ່າງ ຢູແກຼນ ກັບ ອາຊຽນ, ພ້ອມທັງຈະເປີດການເພີ່ມຊ່ອງຂໍ້ມູນຂ່າວສານທີ່ມີປະສິດທິຜົນຕື່ມອີກ ເພື່ອແນໃສ່ໂຄສະນາພາບພົດ, ເພີ່ມທະວີການພົວພັນແລກປ່ຽນ ວັດທະນະທຳ, ວິຊາການສຶກສາ ລະຫວ່າງ ຢູແກຼນ ແລະ ອາຊຽນ. ກະຊວງການຕ່າງປະເທດ ຢູແກຼນ ໄດ້ຕີລາຄາສູງ ແລະ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ຢູແກຼນ ເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ການພົວພັນກັບອາຊຽນໃຫ້ຫຼາຍກ່ວາອີກ. ບັນດາເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກັບທ່ານ Pikalov ກ່ຽວກັບຂັ້ນຕອນການຜັນຂະຫຍາຍການ ສ້າງຕັ້ງສູນ ອາຊຽນຢູ່ມະຫາວິທະຍາໄລ Tara Shevchenko.

ນັກຂ່າວ VOV ປະຈຳລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ