ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ພັດທະນາຮອບດ້ານ

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ທີ່ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26/3/1931 – 26/3/2021) ແລະ ຮັບຫຼຽນໄຊໂຮ່ຈີມິນ. 

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ…ພ້ອມດ້ວຍການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ. ບັນດາເລຂາສູນກາງຄະນະຊາວໜຸ່ມໄລຍະຕ່າງໆ, ບັນດາພະນັກງານຊາວໜຸ່ມດີເດັ່ນ, ແບບຢ່າງຊາວໜຸ່ມເຍົາວະຊົນ, ອະນຸຊົນດີເດັ່ນໃນທົ່ວປະເທດ.

ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ພັດທະນາຮອບດ້ານ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ພາບ: ອິນເຕີແນັດ

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຊາວໜຸ່ມແມ່ນພາກສ່ວນສຳຄັນຂອງປະເທດຊາດ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຕ້ອງສືບຕໍ່ປ່ຽນແປງໃໝ່ກ່ວາອີກ, ຍົກສູງຄຸນນະພາບ, ເນື້ອໃນ, ວິທີການເຄື່ອນໄຫວກ່ວາອີກ, ຍົກສູງປະສິດທິຜົນຂອງຂະບວນການເຄື່ອນໄຫວການປະຕິວັດ, ເປີດກ້ວາງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ. ທ່ານ ຫງວຽນຝູຈ້ອງ ກ່າວວ່າ:

        “ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄວນເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມກ່ຽວກັບອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈ, ພິເສດແມ່ນຫຼໍ່ລ້ຽງຄວາມມຸ່ງມາດປາດຖະໜາເພື່ອກໍ່ສ້າງປະເທດ ແລະ ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບພາລະກຳ, ຄວາມຮັບຜິດຊອບຂອງຕົນ ໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາຢາກໃຫ້ບັນດາເພື່ອນໜຸ່ມ, ພິເສດແມ່ນສະມາຊິກຊາວໜຸ່ມ, ສະມາຊິກພັກໜຸ່ມ ຍາມໃດກໍ່ແມ່ນກຳລັງປະຈັນບານກ້າວຂຶ້ນໃນການຮ່ຳຮຽນ, ອອກແຮງງານ, ຜະລິດ, ສູ້ຊົນ, ປະກອບສ່ວນເຫື່ອແຮງກໍ່ສ້າງບ້ານເກີດເມືອງນອນ ນັບມື້ນັບພັດທະນາ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ