ສ້າງ​ເກິ​ນ​ເທີ ກາຍ​ເປັນ​ນະ​ຄອນ​ທັນ​ສະ​ໄໝ, ເຕັມ​ໄປ​ດ້ວຍ​ສີ​ສັນ ເຂດ​ທົ່ງ​ພຽງ​ແມ່​ນຳ​ຂອງ​ທາງ​ພາກ​ໃຕ້​ ຫວຽດ​ນາມ

(VOVWORLD) - ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງນະຄອນ ເກິ່ນເທີ ກາຍເປັນນະຄອນຂຶ້ນກັບສູນກາງ “1/1/2004 – 1/1/2024” ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 31 ທັນວາ ຢູ່ນະຄອນ ເກິ່ນເທີ.

ສ້າງ​ເກິ​ນ​ເທີ ກາຍ​ເປັນ​ນະ​ຄອນ​ທັນ​ສະ​ໄໝ, ເຕັມ​ໄປ​ດ້ວຍ​ສີ​ສັນ ເຂດ​ທົ່ງ​ພຽງ​ແມ່​ນຳ​ຂອງ​ທາງ​ພາກ​ໃຕ້​ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນເກິ່ນເທີ.

ໃນໄລຍະ 20 ປີແຫ່ງການສ້າງສາ ແລະ ພັດທະນາ, ນະຄອນ ເກິ່ນເທີ ໄດ້ສ້າງຂີດໝາຍ, ຄວາມປະທັບໃຈທີ່ດີ, ຖານະບົດບາດ, ກຳລັງແຮງດ້ານເສດຖະກິດຂອງ ນະຄອນທີ່ມີການຫັນປ່ຽນຫຼາຍພໍສົມຄວນໃນຫຼາຍຂົງເຂດ, ຄ່ອຍໆຢັ້ງຢືນບົດບາດເປັນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຂອບເຂດພື້ນຖານເສດຖະກິດ ສືບຕໍ່ໄດ້ຮັບການເປີດກວ້າງ, ທຸກໆປີ ໄດ້ປະກອບສວ່ນປະມານ 1,2% GDP ທົ່ວປະເທດ ແລະ ປະມານ 9,5% GRDP ຂອງເຂດ. ທ່ານໃຫ້ຮູ້ວ່າ:

ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນນະຄອນເກິ່ນເທີ ແຕ່ລະຄົນ ຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດ, ທີ່ຕັ້ງ, ລະດັບຄວາມສຳຄັນຂອງເກີນເທີ ໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ປະເທດຊາດ. ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງສູນກາງ ຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ຢ່າງມີປະສິດທິຜົນ, ເປັນຕົ້ນ ມະຕິຂອງກົມການເມືອງ ຊຸດທີ XII ກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນເກິ່ນເທີ ຮອດປີ 2030, ວິໄສທັດຮອດປີ 2045, ມະຕິກອງປະຊຸມໃຫຍ່ຄະນະພັກນະຄອນຄັ້ງທີ XIV...

ຕອບກັບ

ຂ່າວ/ບົດ​ອື່ນ