ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ລາວ - ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່ຢຸດ​ຢັ້ງ

(VOVWORLD) -  ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຍາມໃດກໍໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງ, ນັບມື້ນັບຍົກສູງກ່ຽວກັບຄຸນນະພາບ ແລະ ນຳມາເຊິ່ງປະສິດທິຜົນຫຼາຍຢ່າງ; ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດຂອງພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.
ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ລາວ - ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່ຢຸດ​ຢັ້ງ - ảnh 1“ສາຍພົວພັນອັນດີງາມລະຫວ່າງ ລາວ - ຫວຽດນາມ ໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ” ໃນໜ້າທຳອິດ ຂອງໜັງສືພິມປະຊາຊົນ (ພາບ:nhandan.vn) 

ໜັງສືພິມ ປະຊາຊົນ - ສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ, ວັນທີ 10 ມັງກອນ ໄດ້ລົງພິມບົດນຳ ດ້ວຍຫົວຂໍ້ “ສາຍພົວພັນອັນດີງາມລະຫວ່າງ ລາວ - ຫວຽດນາມ ໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ” ໃນໜ້າທຳອິດ. ບົດນຳ ໃຫ້ຮູ້ວ່າ ປີ 2022, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໄດ້ດຳເນີນຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດນັ້ນແມ່ນ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ (9/5/1962-9/5/2022). ບົດນຳໄດ້ເນັ້ນໜັກວ່າ ຕາມການເວລາ ໄດ້ພິສູດໄດ້ຢ່າງຈະແຈ້ງວ່າ: ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຍາມໃດກໍໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງ, ນັບມື້ນັບຍົກສູງກ່ຽວກັບຄຸນນະພາບ ແລະ ນຳມາເຊິ່ງປະສິດທິຜົນຫຼາຍຢ່າງ; ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດຂອງພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

        ບົດນຳດັ່ງກ່າວໄດ້ເນັ້ນໜັກວ່າ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໂດຍປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ກໍ່ຕັ້ງຂຶ້ນ ແລະ ໄດ້ຮັບການເພີມພູນຄູນສ້າງດ້ວຍເລືອດເນື້ອເຫື່ອໄຄ່ຂອງການນຳ, ນັກປະຕິວັດບໍ່ຈັກວ່າເທົ່າໃດເສັ່ນຄົນ, ຈະໄດ້ຮັບການຖະໜຸຖະໜອມເໝື່ອນດັ່ງມໍລະດົກອັນລ້ຳຄ່າຂອງຄົນລຸ້ນຫຼັງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ສາກົນ. ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ອ້າຍນ້ອງ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ