ສານອວຍພອນເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ປາແລດສະຕິນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປະເທດປາແລດສະຕິນ (19 ພະຈິກ 1988 – 19 ພະຈິກ 2018)

ໃນວັນທີ 19 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອກເຖິງ ທ່ານປະທານາທິບໍດີ ປາແລດສະຕິນ, ປະທານຄະນະບໍລິຫານງານສູນກາງອົງການປົດປ່ອຍ ປາແລດສະຕິນ Mahmoud Abbas.

ໃນວັນດຽວກັນ (19 ພະຈິກ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ປາແລດສະຕິນ Rami Hamdallah. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຊາວຕ່າງດ້າວ ປາແລດສະຕິນ Riad Malki.

ສານອວຍພອນປະທານາທິບໍດີ Maldives

ເນື່ອງໃນໂອກາດທີ່ທ່ານ Ibrahim Mohamed Solih ໄດ້ຮັບດຳລົງຕຳແໜ່ງປະທານາທິບໍດິ Maldives, ວັນທີ 19 ພະຈິກ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານ  Ibrahim Mohamed Solih ເນື່ອງໃນໂອກາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ