ສານແບ່ງເບົາຄວາມເສົ້າສະຫຼົດໃຈຂອງການນຳບັນດາປະເທດ,ບັນດາພັກ,ບັນດາອົງການຈັດຕັ້ງ,ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ

(VOVWORLD) -ໂດຍໄດ້ຮັບຂ່າວກ່ຽວກັບທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ການນຳບັນດາປະເທດ, ບັນດາພັກ, ບັນດາອົງການຈັດຕັ້ງສະມາຄົມ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍ - ໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.
ສານແບ່ງເບົາຄວາມເສົ້າສະຫຼົດໃຈຂອງການນຳບັນດາປະເທດ,ບັນດາພັກ,ບັນດາອົງການຈັດຕັ້ງ,ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1 (ສະຖານທູດຫວຽດນາມ ປະຈຳກຳປູເຈຍ ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ງດ້າຍກວາງ)

 ວັນທີ 24 ກັນຍາ, ທູດພິເສດຂອງພະບາດສົມເດັດມະຫາກະສັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ໄດ້ໄປສະຖານທູດຫວຽດນາມ ປະຈຳກຳປູເຈຍ ເພື່ອສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. ໃນຈົດໝາຍມີຕອນຂຽນວ່າ: ການຈາກໄປຂອງທ່ານ ເຈິ່ນດ້າຍກວາງ ແມ່ນຄວາມເຈັບປວດ, ສູນເສຍ ການນຳຜູ້ດີເດັ່ນ ແລະ ເປັນໜ້າເຄົາລົບນັບຖືຂອງຊາດ ແລະ ປະຊາຊົນຫວຽດນາມ, ເຊິ່ງໄດ້ມີການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດສສ.ຫວຽດນາມ.

        ພະເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງ ທ່ານນາງ ດັ້ງທິງອັກທິ້ງ, ຜູ້ຮັກສາການປະທານປະເທດຫວຽດນາມ.

        ທ່ານປະທານາທິບໍດີອານເຊຣີ Abdelaziz Bouteflika; ທ່ານປະທານາທິບໍດີເອທີໂອປີ Mulatu Teshome; ທ່ານປະທານາທິບໍດີສີລັງກາ Maithripala Sirisena, ທ່ານນາຍົກລັດຖະມົນຕີສີລັງກາ; ກະສັດຊະອຸດີ ອາຣາເບຍ Salman Bin Abdulaziz Al Saud, ອົງມົງກຸດລາຊະກຸມມານ, ຮອງປະທານສະພາລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ Muhammad Bin Salman Bin Abdulaziz al Saud; ທ່ານປະທານາທິບໍດີລັດອິດສະຣາແອນ Reuven Rivlin; ທ່ານປະທານາທິບໍດີສ.ກີເນ Jose Mario Vaz; ທ່ານປະທານາທິບໍດີລັດປາແລັດສະຕິນ, ປະທານຄະນະບໍລິຫານອົງການປົດປ່ອຍປາແລັດສະຕິນ Mahmoud Abbas, ທ່ານນາຍົກລັດຖະມົນຕີປາແລດສະຕິນ Rami Hadallah; ປະທານຄະນະປະຈຳສະພາຜູ້ແທນປະຊາຊົນສູງສຸດແຫ່ງສປປ.ເກົາຫຼີ ທ່ານ Kim yong Nam; ການນຳສະພາແຫ່ງຊາດພັກກອມມູນິດອິນເດຍ (CPI); ທ່ານເລຂາທິການໃຫຍ່ພັກກອມມູນິດຈີເລ Chile Lautaro Carmona Soto ແລະ ທ່ານປະທານພັກກອມມູນິດຈີເລ Guillermo Teillier Del Valle… ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງພັກ, ລັດ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊັ່ນດຽວກັນ.

      ຕອນເຊົ້າວັນທີ  26 ກັນຍາ (ຕາມເວລາຫວຽດນາມ), ທ່ານ ເຈິ່ງແທນເມີນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ຢູ່ສະຖານທູດຫວຽດນາມ ປະຈຳກູບາ. ສະແດງຄວາມຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານ ເຈິ່ນແທງເມີນ ໄດ້ຈົດບັນທຶກໃສ່ປື້ມໄວ້ອາໄລວ່າ: “ໃນຕະຫຼອດວິວັດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານປະເທດ ເຈິ່ນດ້າຍກາງ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງຢ່າງຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຊາດຫວຽດນາມ”.

    ຕອນເຊົ້າວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ງດ້າຍກວາງ. ມີເພື່ອນມິດຕ່າງປະເທດ, ການນຳຍີ່ປຸ່ນ ໄດ້ມາໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕ່ໍການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ໃນນັ້ນມີທ່ານປະທານສະພາຕ່ຳ Tadamori Oshima; ທ່ານລັດຖະມົນຕີກະຊວງຍຸຕິທຳ Yoko Kamikawa; ທ່ານ Massaki Osawa, ຜູ້ວ່າການແຂວງ Gunma; ທ່ານປະທານສຳພັນທະມິດສະມາຊິກລັດຖະສະພາຍີ່ປຸ່ນ - ອາຊຽນ Hirofumi Nakasone… ແລະ ບັນດາເຈົ້າໜ້າທີ່, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນຍີ່ປຸ່ນ, ພ້ອມກັບຊາວຫວຽດນາມ, ນັກສຶກສາ, ນັກຝຶກງານຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຍີ່ປຸ່ນ.

     ຢູ່ສິງກະໂປ, ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ໄປສະຖານທູດຫວຽດນາມ ປະຈຳສິງກະໂປ ໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ. ສະຖານທູດຫວຽດນາມ ກໍ່ໄດ້ຈັດພິທີໄວ້ອາໄລເຊິ່ງມີເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ສິງກະໂປ ມາໄວ້ອາໄລ. ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ຈົດບັນທຶກໃສ່ປື້ມໄວ້ອາໄລດ້ວຍເນື້ອໃນວ່າ: “ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍຄືເພີ່ມທະວີທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ. ທ່ານກໍ່ແມ່ນຜູ້ທີ່ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະ ເລິກເຊິ່ງການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - ສິງກະໂປ ແລະ ຍາມໃດກໍ່ໄດ້ຄິດຮອດຄິດເຖິງຄືດັ່ງເພື່ອນຜູ້ໜຶ່ງທີ່ີມີຄວາໃກ້ສິດສະໜິດສະໜົມຂອງສິງກະໂປ”.

  ໃນຕອນເຊົ້າວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ງດ້າຍກວາງ ຂຶ້ນຢ່າງສົມກຽດ. ບັນດາພະນັກງານ, ພາລະກອນ, ທູດການທະຫານ ແລະ ບັນດາສາມີ ແລະ ພັນລະຍາຂອງເອກອັກຄະລັດຖະທູດ; ຜູ້ຕາງໜ້າບັນດາວິສາຫະກິດຄື: Viettel-Mytel, HAGL, BIDV… ຢູ່ Yangon; ປະຊາຄົມຊາວຫວຽດນາມ ແລະ ບັນດາພະສົງສຳມະເນັນ, ພຸດທະສາສະນິກະຊົນພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ມຽນມາ ໄດ້ເຂົ້າຮ່ວມພິທີ. ສະຖານທູດຫວຽດນາມ ປະຈຳມຽນມາ ກໍ່ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດລາວ, ກຳປູເຈຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ເຊັກເບຍ, ຕີມໍຕາເວັນອອກ…; ຜູ້ຕ່າງໜ້າສະຖານທູດອາເມລິກາ, ຝລັ່ງ… ພ້ອມກັບເພື່ອນມິດສາກົນເປັນຈຳນວນຫຼາຍຢູ່ Yagon ມາໄວ້ອາໄລ ແລະ ຈົດບັນທຶກໃສ່ປື້ມໄວ້ອາໄລ.

ຕອນເຊົ້າວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊິ່ງໄດ້ມີບັນດາການນຳພັກ, ສະພາແຫ່ງຊາດ, ລັດຖະບານລາວ, ບັນດາອົງການ, ໝູ່ຄະນະ, ບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນຢູ່ລາວ ມາໄວ້ອາໄລ ແລະ ຈົດບັນທຶກໃສ່ປື້ມໄວ້ອາໄລ. ໃນວັນດຽວກັນ, ສະຖານກົງສູງໃຫຍ່ຫວຽດນາມ ປະຈຳຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ ກໍໄດ້ຈັດພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ເຊິ່ງໄດ້ມີບັນດາອົງການສຳນັກງານ, ໝູ່ຄະນະ, ປະຊາຊົນລາວ ແລະ ຊາວຫວຽດນາມ ອາໄສຢູ່ລາວ ມາຖະຫວາຍທູບທຽນອາໄລຫາທ່ານປະທານປະເທດ ເຈິ່ນດ້າຍກວາງ.

ສານແບ່ງເບົາຄວາມເສົ້າສະຫຼົດໃຈຂອງການນຳບັນດາປະເທດ,ບັນດາພັກ,ບັນດາອົງການຈັດຕັ້ງ,ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 2 ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ

(ພາບ: TTXVN)

 ຕອນເຊົ້າວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ນຳໜ້າ, ຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລ ແລະ ຈູບທູບທຽນອາໄລຫາທ່ານປະທານປະເທດ ເຈິ່ນດ້າຍກວາງ. ຄະນະຜູ້ຕາງນ້າຫວຽດນາມ ປະຈຳອາຊຽນ, ຫົວໜ້າຜູ້ປະຈຳການ ແລະ ຄະນະເລຂາອາຊຽນ, ບັນດາຜູ້ຕາງໜ້າຄະນະທູຕານຸທູດປະຈຳອາຊຽນ, ບັນດາເອກອັກຄະລັດຖະທູດ, ບັນດາເຈົ້າໜ້າທີ່ການທູດຂັ້ນສູງ ກໍ່ມາໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງລັດຖະບານ, ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

ຄະນະເລຂາອາຊຽນປະຈຳຈາກາຕາ, ປະເທດອິນໂດຍເນເຊຍ ໄດ້ລົດທຸງລົງເຄິ່ງເສົາໃນລະຫວ່າງວັນທີ 25 - 27 ກັນຍາ.

ກ່ອນໜ້ານັ້ນ, ວັນທີ 25 ກັນຍາ, ໂດຍຕາງໜ້າບັນດາປະເທດອາຊຽນ, ສິງກະໂປ ເຊິ່ງແມ່ນປະເທດປະທານໝູນວຽນອາຊຽນ, ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຂອງອາຊຽນ, ໃນນັ້ນສະແດງຄວາມເຄົາລົບນັບຖື ແລະ ຕີລາຄາສູງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນການນຳທີ່ໄດ້ອຸທິດສ່ວນຕະຫຼອດຊີວິດ ແລະ ພາລະກິດຂອງຕົນໃຫ້ແກ່ປະຊາຊົນຫວຽດນາມ, ກໍຄືເຊີດຊູບັນດາມໍລະດົກ ແລະ ການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃຫ້ແກ່ປະຊາຄົມອາຊຽນ ແລະ ການຮ່ວມມືໃນພາກພື້ນ.

ໃນຕອນເຊົ້າຂອງວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກ ກໍາປູເຈຍ ແລະ ສະຖານທູດຫວຽດນາມ ປະຈໍາ ຝລັ່ງ ກໍໄດ້ຈັດພິທີໄວ້ອາໄລ ທ່ານປະທານປະເທດ ເຈີ່ນດ້າຍກວາງ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ, ບັນດາວິສາຫະກິດຫວຽດນາມ ແລະ ນັກສຶກສາຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ປະເທດປະຈໍາຖິ່ນ ເປັນຈໍານວນຫຼວງຫຼາຍ.  ນອກຈາກນັ້ນ, ຍັງມີສະຖານທູດຂອງບັນດາປະເທດບ້ານໃກ້ເຮືອນຄຽງຂອງຫວຽດນາມ ແລະ ເພື່ອນມິດສາກົນ ເຂົ້າໄວ້ອາໄລເຖິງດວງວິນຍານຂອງທ່ານປະທານປະເທດເທດ ເຈີ່ນດ້າຍກວາງ ເຊັ່ນດຽວກັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ