ສ.ເກົາຫຼີ ຍັງບໍ່ທັນຢາກນຳເຂດອຸດສາຫະກຳ Kaesong ເຂົ້າເຄື່ອນໄຫວຄືນໃໝ່

ສ.ເກົາຫຼີ ຍັງບໍ່ທັນຢາກນຳເຂດອຸດສາຫະກຳ Kaesong ເຂົ້າເຄື່ອນໄຫວຄືນໃໝ່ - ảnh 1
​ເຂດ​ອຸດສາຫະກ​ຳ Kaesong
(ພາບ: AFP/TTXVN)

(vovworld) - ​​ ວັນ​ທີ 09/02 ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ໂດຍ​ອີງ​ໃສ່​ບັນດາ​ມະຕິ​ລົງ​ໂທດ​ຂອງ​ປະຊາ​ຄົມ​ສາກົນ​ສ​ຳລັບ ສປປ.​ເກົາຫຼີ, ລັດຖະບານ ສ.​ເກົາຫຼີ ຢືນຢັນ​ວ່າ ປະຈຸ​ບັນ​ຍັງ​ບໍ່​ທັນ​ແມ່ນ​ໄລຍະທີ່​ເໝາະ​ສົມ​ເພື່ອ​ນຳ​ເຂດ​ອຸດສາຫະກ​ຳ Kaesong ລວມ ລະ​ຫວ່າງ ສ.​ເກົາຫຼີ - ສປປ.​ເກົາຫຼີ ​ຊຶ່ງ​​ເຄີຍຖື​ກຢຸດຕິ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ວັນ​ທີ 10/02/2016 ​ເຂົ້າ​ເຄື່ອນ​ໄຫ​ວຄືນ​ໃໝ່. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ທ່ານ​ Jo Jun-hyok ຊີ້​ແຈ້ງວ່າ ​ເລື່ອງ​ນຳ​ເຂດ​ອຸດສາຫະກ​ຳ Kaesong ​ເຂົ້າ​ເຄື່ອນ​ໄຫວຄືນ​ໃໝ່​ໃນ​ສະ​ພາບ​ການ​ປະຈຸ​ບັນ ກໍ່​ບໍ່ສາມາດ​ແກ​້​ໄຂ​ໄດ້​ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ເລື່ອງ ສປປ.​ເກົາຫຼີ ນຳ​ໃຊ້​ແຫຼ່ງ​ເງິນ​ທີ່​ເກັບ​ໄດ້​ຈາກ​ເຂດ​ອຸດສາຫະກຳ​ນີ້ ​ເພື່ອຮັບ​ໃຊ້​ຈຸດປະສົງ​ພັດທະນາ​ນິວ​ເຄຼຍ ​ແລະ ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ ພຽງ​ຢາງ ​ແລະ ​ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ ເລື່ອງ​ດັ່ງກ່າວ ອາດ​ຈະລະ​ເມີດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

 

 

ຂ່າວ/ບົດ​ອື່ນ