ສ.ເກົາຫຼີ ປາດຖະໜາເປີດກວ້າງການພົວພັນກັບບັນດາປະເທດ ອາຊຽນ

(VOVWORLD) -ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ - ອາຊຽນຄາດວ່າຈະດໍາເນີນໃນລະຫວ່າງວັນທີ 25 - 26 ເດືອນ ພະຈິກ ຈະມາເຖິງ ຢູ່ນະຄອນທ່າກໍ່າປັ່ນທາງພາກໃຕ້ Busan.
ສ.ເກົາຫຼີ ປາດຖະໜາເປີດກວ້າງການພົວພັນກັບບັນດາປະເທດ ອາຊຽນ - ảnh 1ທ່ານນາງ Kang Kyung wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ  (ພາບ: The Korea Times)

ວັນທີ 8 ເມສາ, ທ່ານນາງ Kang Kyung wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ສະເໜີໃຫ້ ອາຊຽນ ສືບຕໍ່ໜູນຊ່ວຍຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດສະມາຊິກຂອງກຸ່ມນີ້ ເຊິ່ງຄາດວ່າຈະດໍາເນີນໃນລະຫວ່າງວັນທີ 25 - 26 ເດືອນ ພະຈິກ ຈະມາເຖິງ ຢູ່ນະຄອນທ່າກໍ່າປັ່ນທາງພາກໃຕ້ Busan, ຕໍ່ຈາກນັ້ນແມ່ນກອງປະຊຸມສຸດຍອດລະຫວ່່າງ ສ.ເກົາຫຼີ ກັບບັນດາປະເທດແຄມແມ່ນໍ້າຂອງ ຄື ຫວຽດນາມ, ໄທ, ມຽນມາ, ລາວ ແລະ ກໍາປູເຈຍ. ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ທີ່ການພົບປະກັບທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ທີ່ Jakarta ໃນໂອກາດການຢ້ຽມຢາມ ອິນໂດເນເຊຍ, ທ່ານນາງ Kang Kyung wha ໄດ້ສະແດງຄວາມປາດຖະໜາຢາກມີບາດກ້າວກະໂດດຂັ້ນໃນການພົວພັນລະຫວ່າງ ສ.ເກົາຫຼີ ກັບ ອາຊຽນ ຜ່ານການປະຕິບັດນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງລັດຖະບານ ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ