ສ.​ເກົາຫຼີ ສະໜອງທຶນ​ການ​ສຶກສາ “ກໍ່ສ້າງ​ຜູ້​ເກັ່ງ​ກ້າສາມາດ ອາຊຽນ” ຈໍານວນ 90 ທຶນ ​

(VOVWORLD) -ລັດຖະບານ ສ.ເກົາຫຼີ ຈະສະຫງວນ 90 ທຶນ ສຶກສາກໍ່ສ້າງລະດັບປະລິນຍາເອກໃຫ້ແກ່ຜູ້ສະໝັກທີ່ມາຈາກບັນດາປະເທດ ອາຊຽນ. 
ສ.​ເກົາຫຼີ ສະໜອງທຶນ​ການ​ສຶກສາ “ກໍ່ສ້າງ​ຜູ້​ເກັ່ງ​ກ້າສາມາດ ອາຊຽນ” ຈໍານວນ 90 ທຶນ ​ - ảnh 1ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ອາຊຽນ Lim Sungnam (ພາບ: TTXVN)

        ວັນທີ 22 ກໍລະກົດ, ຄະນະຜູ້ຕາງໜ້າ ສ.ເກົາຫຼີ ປະຈໍາ ອາຊຽນ ໄດ້ສົມທົບກັບຄະນະເລຂາ ອາຊຽນ ແລະ ສະພາການສຶກສາມະຫາວິທະຍາໄລ ສ.ເກົາຫຼີ (KCUE) ໄດ້ປະກາດໂຄງການທຶນສຶກສາ “ກໍ່ສ້າງຜູ້ເກັ່ງກ້າສາມາດ ອາຊຽນ” (HEAT). ໂຄງການ HEAT ມີງົບປະມານທັງໝົດ 8,3 ລ້ານ USD ໂດຍກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ (AKCF) ໜູນຊ່ວຍ ເຊິ່ງສະຫງວນໃຫ້ແກ່ໂຄງການ ແລະ ລາຍການຕ່າງໆ ເພື່ອແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສ.ເກົາຫຼີ - ອາຊຽນ ແລະ ປະກອບສ່ວນເຂົ້າໃນວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ.

ໃນຂອບເຂດຂອງໂຄງການດັ່ງກ່າວ, ລັດຖະບານ ສ.ເກົາຫຼີ ຈະສະຫງວນ 90 ທຶນ ສຶກສາກໍ່ສ້າງລະດັບປະລິນຍາເອກໃຫ້ແກ່ຜູ້ສະໝັກທີ່ມາຈາກບັນດາປະເທດ ອາຊຽນ ທີ່ຮຽນຢູ່ມະຫາວິທະຍາໄລ 6 ແຫ່ງທີ່ມີຊື່ສຽງຂອງ ສ.ເກົາຫຼີ ໃນໄລຍະ 5 ປີ. ຄາດວ່າ, ຜູ້ສະໝັກ 11 ຄົນທີ່ໄດ້ຮັບການຄັດເລືອກນັກຮຽນບັ້ນທໍາອິດນີ້ ຈະເລີ່ມເຂົ້າຮຽນນັບແຕ່ເດືອນ ກັນຍາ 2020 ເປັນຕົ້ນໄປ. 

ຕອບກັບ

ຂ່າວ/ບົດ​ອື່ນ