ສ.ເກົາຫຼີຈັດຕັ້ງງານວາງສະແດງຮູບພາບກໍ່ສ້າງເກາະທຽມຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

ສ.ເກົາຫຼີຈັດຕັ້ງງານວາງສະແດງຮູບພາບກໍ່ສ້າງເກາະທຽມຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1
(ງານ​ວາງສະ​ແດງ​ຮູ​ບພາບ​ກ່ຽວ​ກັນການ​ເຄື່ອນ​ໄຫວ​ກໍ່ສ້າງ​ເກາະ​
ທຽມ​ຜິ​ນກົດໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢູ່​ Daejeon)

(vovworld) – ງານວາງສະ​ແດງ​ຮູບ​ພາບດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11 – 12/10 ຢູ່​ນະຄອນ Daejeon, ​ແນະນຳ​​ໃຫ້​ຜູ້​ຊົ​ມ​ຮູບ​ພາບ 80 ກ່ວາ​ແຜ່ນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຖົມ​ດິນກໍ່ສ້າງ​ເກາະ​ຜິດ​ກົດໝາຍ​ຂອງ​ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ບາງ​​ແຜນ​ທີ່​ບູຮານ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ຮູບ​ພາບ ​ໂດຍ​ສະມາຄົມ​ຊາວ ຫວຽດນາມ ຢູ່ Daejeon ​ແລະ ສາດສະດາຈານ Kim Huyn Joong ຂຶ້ນ​ກັບ ມະຫາວິທະຍາ​ໄລ Konyang ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຂອບ​ເຂດ​ງານ​ບຸນ​ວັດທະນະທຳ ຫວຽດນາມ ຢູ່ Daejeon ຄັ້ງ​ທີ 2 ພວມ​ດຳ​ເນີນ​ຢູ່​ທີ່​ນີ້. ນີ້​ກໍ​ແມ່ນ​ງານ​ວາງສະ​ແດງ​ຮູບ​ພາບ​ຄັ້ງ​ທີ 3 ກ່ຽວ​ກັບ​ຫົວຂໍ້ດັ່ງ​ກ່າວ ຢູ່ ສ.​ເກົາຫຼີ, ພາຍຫລັງ​ຈັດ​ງານ​ວາງສະ​ແດງ 2 ຄັ້ງ​ຢູ່​​ນະຄອນ Busan ​ແລະ Gwangju. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຮູບ​ພາບ ທ່ານ​ຟ້າ​ມຮື​ວຈີ໋ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ສ.​ເກົາຫຼີ ຫວັງ​ວ່າ: ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວດັ່ງກ່າວ ປະຊາຊົນ ສ.​ເກົາຫຼີ ​ແລະ ​ເພື່ອນ​ມິດສາ​ກົນ ​ໄດ້​ເຫັນ​ແຈ້ງ​ການ​ເຄື່ອນ​ໄຫວ​ຂອງ ຈີນ ກໍ່ສ້າງ​ເກາະ​ທຽມ​ຜິດ​ກົດໝາຍ​ໄດ້​ລ່ວງ​ລະ​ເມີດອະທິປະ​ໄຕ​ຂອງ ຫວຽດນາມ ຢ່າງຮ້າຍ​ແຮງ, ພ້ອມ​ທັງ ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ປະຫວັດສາດ ​ແລະ ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ປະຊາຊົນ ຫວຽດນາມ.

ຂ່າວ/ບົດ​ອື່ນ