ສ.ເກົາຫຼີຈະຊຸກຍູ້ການເຈລະຈາກັບສປປ.ເກົາຫຼີພາຍຫຼັງການພົບປະລະຫວ່າງບັນດາຄອບຄົວພັດພາກ

ສ.ເກົາຫຼີຈະຊຸກຍູ້ການເຈລະຈາກັບສປປ.ເກົາຫຼີພາຍຫຼັງການພົບປະລະຫວ່າງບັນດາຄອບຄົວພັດພາກ - ảnh 1
(ພາບປະກອບ: Yonhap/TTXVN)

(vovworld) – ທີ່​ປ​ຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສ.​ເກົາຫຼີ, ທ່ານ Kim Kwan jin ​ໃຫ້​ຮູ​້ວ່າ, ປະ​ເທດ​ນີ້ຈະ​ຊຸ​ກຍູ​້ບັນດາ​ການ​ເຈລະຈາ​ຂັ້ນ​ລັດຖະບານ ກັບ​ຝ່າຍ ສປປ.​ເກົາຫຼີ ພາຍຫຼັງ​ການ​ພົບ​ປະ​ບັນດາ​ຄອບ​ຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ພວມ​ດຳ​ເນີນ​ໄປ ​ແລະ ຈະສິ້ນສຸດ​ໃນ​ທ້າຍ​ອາທິດຈະ​ມາ​ເຖິງ. ​ແຕ່​ວ່າ, ຕາມ​ທ່ານ Kim Kwan jin ​ແລ້ວ, ວັນເວລາລະອຽດ​ບໍ່​ທັນ​ໄດ້​ຕົກ​ລົງ​ເທື່ອ. ທ່ານ Kim Kwan jin ກໍ່​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ຖ້າ​ຫາກ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ການ​ເຈລະຈາ, ບັນດາ​ການ​ພົບ​ປະຄື​ດັ່ງກ່າວ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ປະຈຳ. ທ່ານ Kim Kwan jin ກໍ​ໃຫ້​ຮູ້​ວ່າ, ກະຊວງ​ທ້ອນໂຮມຊາ​ດ​ສ.​ເກົາຫຼີ ຈະ​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ​ໂດ​ຍບັນດາ​ອົງການຈັດ​ຕັ້ງ​ພາກ​ເອກະ​ຊົນ​ປະຕິ​ບັດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ວັດທະນະທຳ, ສິ່ງ​ແວ​ດລ້ອມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ