ສ.ເກົາຫຼີຕົກລົງເພີ່ມທຶນ ODA ໃຫ້ບັນດາປະເທດອາຊຽນ ຂຶ້ນທົບ 2 ເທົ່າ

(VOVWORLD) -ວັນທີ 17 ພຶດສະພາ, ອົງການຮ່ວມມືສາກົນສ.ເກົາຫຼີ (KOICA) ໃຫ້ຮູ້ວ່າ, ຈະເພີ່ມເງິນກອງທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ 6 ປະເທດສະມາຊິກອາຊຽນ ຂຶ້ນທົບ 2 ເທົ່າໃນປີ 2023.

ລະອຽດແມ່ນ, ຄາດວ່າ KOICA ຈະເພີ່ມເງິນໃນກອງທຶນ ODA ໃຫ້ລາວ, ມຽນມາ, ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ ແລະ ຟິລິບປີນ ຂຶ້ນປະມານ 151 ລ້ານ USD ໃນປີ 2023, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດໜູນຊ່ວຍການສຶກສາ, ການພັດທະນາຊົນນະບົດ ແລະ ຕົວເມືອງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົນ, ກໍຄືໃນຂົງເຂດຄົມມະນາຄົມຂົນສົ່ງ. ຖະແຫຼງການດັ່ງກ່າວຂອງ KOICA ໄດ້ຮັບການປະຕິບັດ ໃນສະພາບທີ່ເຊີອຸນ ພວມຍູ້ແຮງການພົວພັນກັບບັນດາປະເທດອາຊຽນ ຕາມ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່”. KOICA ຈະປະກອບບັນດາຄວາມມານະພະຍາຍາມ ເພື່ອຊ່ວຍໃຫ້ບັນດາປະເທດອາຊຽນ ປະຕິບັດໄດ້ເປົ້າໝາຍພັດທະນາສະຫັດສະວັດ.

ຕອບກັບ

ຂ່າວ/ບົດ​ອື່ນ