ສ.ເກົາຫຼີຢັ້ງຢືນສປປ.ເກົາຫຼີໄດ້ຍິງລູກສອນໄຟຈາກໜ້າດິນສູ່ອາກາດ

ສ.ເກົາຫຼີຢັ້ງຢືນສປປ.ເກົາຫຼີໄດ້ຍິງລູກສອນໄຟຈາກໜ້າດິນສູ່ອາກາດ - ảnh 1
(ພາບປະກອບຈາກ KCNA)

(vovworld) – ​  ຕາມ​ສຳນັກ​ຂ່າວສານຊິນ​ຮວາ​ແລ້ວ, ສະພາ​ເສນາ​ທິການທະຫານ​ປະສົມ (JCS) ​ ສ. ​ເກົາຫຼີ ​ໄດ້ຢັ້ງຢືນ​ວ່າ: ວັດຖຸ​ຊຶ່ງ ສປປ. ​ເກົາຫຼີ ຍິງ​ອອກ​ສູ່​ບໍລິ​ເວນ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ ​ໃນ​ວັນ​ທີ 1/4 ​ແມ່ນລູກ​ສອນ​ໄຟ​ໜ້າດິນ​ສູ່ອາກາດ. JCS ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ໄດ້​ຍິງລູກ​ສອນ​ໄຟ​ໜ້າດິນ​ສູ່ອາກາດ​ໃນ​ເວລາ​ປະມານ 12 ​ໂມ​ງ 45 ນາທີ (ຕາ​ມ​ເວລາ​ທ້ອງ​ຖິ່ນ) ຈາກ​ບໍລິ​ເວນ​ທາງ​ທິດ​ຕາ​ເວັນ​ອອກ ​ໃກ້​ກັບ​ທະ​ເລ Seondeok ​ໃນ​ແຂວງ Hamgyeong ​ໃຕ້, ຢູ່​ພາກຕາ​ເວັນ​ອອກ​ສ່ຽງ​ເໜືອ ສປປ ​ເກົາຫຼີ. ລູກ​ສອນ​ໄຟ​ດັ່ງກ່າວ​ມີ​ໄລຍະຍິງ​​ໄກ​ປະມ​ານ 100 ກມ. ກ່ອນ​ໜ້າ​ນັ້ນ, ຝ່າຍ ສ ​ເກົາຫຼີ ຖື​ວ່າ ນີ້​ອາດ​ຈະ​ແມ່ນ​ລູກ​ສອນ​ໄຟ​ນຳ​ວິຖີ ​ແຕ່​ເມື່ອ​ມີ​ການ​ກວດກາ​ຢ່າງ​ລະອຽດ, ​ເຊີ​ອູ​ນ ​ໄດ້​ສະຫລຸບວ​່ານີ້​ແມ່ນລູກ​ສອນ​ໄຟ​ໜ້າດິນສູ່ອາກາດ


ຂ່າວ/ບົດ​ອື່ນ