ສ.ເກົາຫລີຈະໜູນຊ່ວຍລົດດັບເພີງມື2ໃຫ້ຫວຽດນາມ

ສ.ເກົາຫລີຈະໜູນຊ່ວຍລົດດັບເພີງມື2ໃຫ້ຫວຽດນາມ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 15/5, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ ສາທາລະນະ​ແຫ່ງ ສ. ​ເກົາຫລີ ​ໃຫ້​ຮູ້​ວ່າ: ຈະ​ຊ່ວຍ​ເຫລື​ອລ້າ​ລົດ​ດັບ​ເພີງມືສອງ 9 ຄັນໃຫ້​ແກ່ ຫວຽດນາມ ​ໃນ​​ຈຳນວນ 16 ຄັນ​ທີ່ ​ສ. ​ເກົາຫລີ​ຈະ​ໜູນ​ຊ່ວຍ​​ໃຫ​້ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ປີ​ນີ້. ສ. ​ເກົາຫລີ ຈະ​ສະຫງວນ​ຈຳນວນ​ເງິນ​ເກືອບ 78.000 USD ​ເພື່ອ​ບູລະນະ​ສ້ອມ​​ແປງ​ບັນດາ​ລົດ​ດັບ​ເພີງ​ມື 2, ສະໜອງ​ບັນດາ​ພາຫະນະອຸປະກອນ​ດັບ​ເພີງ​ ກໍ່​ຄືຊ່ວຍ​ບຳລຸງ​ກໍ່ສ້າງ, ​ແນະນຳ​ວິທີການ​ນຳ​ໃຊ້​ໃຫ້​ບັນດາ​ປະ​ເທດ​ທີ່ໄດ້​ຮັບການ​ໜູນ​ຊ່ວຍ. ນັບ​ແຕ່​ປີ 2005, ສ. ​ເກົາຫລີ ​ເລີ່​ມ​ຊ່ວຍ​ເຫລືອ​ລ້າ​ບັນດາລົດ​ດັບ​​ເພີງ​ມື 2 ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ ດ້ວຍ​ຍອດ​ງົບປະມານ​ທີ່​ສະຫງວນໃຫ້​ໂຄງການ​ນີ້​​ແມ່ນ 91 ລ້ານ ​won (​​ປະ​ມານ 80 ລ້ານ USD). ຮອດ​ທ້າຍ​ປີ 2015, ສ. ​ເກົາຫລີ ​ໄດ້​ຫນູນ​ຊ່ວຍ​​​ລົດ​ດັບ​ເພີງ​ທັງ​ໝົດ 166 ຄັນໃຫ້ 11 ປະ​ເທດ.


ຂ່າວ/ບົດ​ອື່ນ