ສເກົາຫຼີ,ອາເມລິກາເຊື່ອມຕໍ່ການເຈລະຈາກ່ຽວກັບສົນທິສັນຍາພະລັງງານນິວເຄຼຍ

ສເກົາຫຼີ,ອາເມລິກາເຊື່ອມຕໍ່ການເຈລະຈາກ່ຽວກັບສົນທິສັນຍາພະລັງງານນິວເຄຼຍ - ảnh 1
ໂຮງງານຜະລິດໄຟຟ້ານິວເຄຼຍ Kori ຂອງ ສ ເກົາຫຼີ
(ພາບ: rt.com)


(vovworld) – ວັນ​ທີ 7/1, ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ​ເລີ່​ມ​ດຳ​ເນີນ​ຮອບ​ເຈລະຈາ​ຄັ້ງ​ໃໝ່​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ​ກ່ຽວ​ກັບ​ເລື່ອງ​ພິຈາລະນາ​ຄືນບັນດາ​ຂໍ້​ມາດຕາ​ໃນ​ສົນທິສັນຍາ​ຮ່ວມ​ມືດ້ານ​ນິວ​ເຄຼຍ​ພົນລະ​ເຮືອນ 2 ຝ່າຍ. ຮອບ​ເຈລະຈາ​ຖືກ​ດຳ​ເນີນ​ຢູ່​ນະຄອນ Daejeon ​ທາງ​ພາກ​ກາງ ສ ​ເກົາຫຼີ. ນີ້​ແມ່ນ​ຮອບ​ເຈລະຈາ​ຄັ້ງ​ທີ 9 ລະຫວ່າງ 2 ຝ່າຍ​ກ່ຽວ​ກັບ​ການ​ປັບປຸງ​ບັນດາ​ຂໍ້​ມາດຕາ​ໃນ​ສົນທິສັນຍາ​ຕາມ​ຂໍ້​ສະ​ເໜີ​ຂອງ​ຝ່າຍ ​ເຊີ​ອູ​ນ. ທີ່​ການ​ເຈລະຈາ, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ເລື່ອງ​ດຳ​ເນີນ​ການ​ປັບປຸງ​ເນື້ອ​ໃນ​ສົນ​ທິສັນຍາ​ຕາມ​ຂໍ້​ສະ​ເໜີ​ທີ່ ​ເຊີ​ອູ​ນ ຍົກ​ອອກ​ມາ​ທີ່​ການ​ເຈລະຈາ​ຄັ້ງ​ກ່ອນ.

    ​ໃນ​ການ​ເຈລະຈາ​ຄັ້ງ​ກ່ອນ​ທີ່​ດຳ​ເນີນ​ໃນ​ທ້າຍ​ເດືອ​ນ 9, ສ ​ເກົາຫຼີ ຮຽກຮ້ອງ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ລົບ​ລ້າງ​ຂໍ້​ກຳນົດ​ຫ້າມ​ປະ​ເທດ​ນີ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເສີມ​ທາດ ຢູຣານຽມ ​ແລະ ນຳ​ໃຊ້​ເຊື້ອ​ເພີງ ນິວ​ເຄຼຍ​ເສດ​ເຫຼືອຄືນ​ໃໝ່. ຕາມ​ກາ​ນອະທິບາຍ​ຂອງ​ຝ່າຍ ສ ​ເກົາຫຼີ, ຂໍ້​ກຳນົດ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ການ​ລົບ​ລ້າງ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານພະລັງານ​ທີ່ນັບ​ມື້​ນັບ​ສູງ​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ຮັບ​ໃຊ້​ຄວາມ​ຕ້ອງການ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ