ສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຈັດ​ແຜນການ​ປະຊຸມ​ຊອກ​ຫານະ​ໂຍບາຍ​ຮັບ​ມື​ກັບສປປ​.​ເກົາຫຼີ

ສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຈັດ​ແຜນການ​ປະຊຸມ​ຊອກ​ຫານະ​ໂຍບາຍ​ຮັບ​ມື​ກັບສປປ​.​ເກົາຫຼີ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ Yun Byung-se
 (ພາບ: AFP)

(vovworld) - ວັນ​ທີ 28/08 ທ່ານ Yun Byung-se ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ແຈ້ງ​ໃຫ້​ຮູ້​ວ່າ: ທ່ານ ​ແລະ ທ່ານ Han Min-Koo ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ ​ຈະ​​ໄປ​ເຖິງ ວໍ​ຊີງ​ຕັນ (ອາ​ເມ​ລິ​ກາ) ​ໃນ​ເດືອນ 10 ຈະ​ມາ​ເຖິງ ​ເພື່ອ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ ​ແລະ ປຶກສາ​ຫາລື​ວິທີ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ທີ່​ພວມ​ເພີ່ມ​ຂຶ້ນ​ຈາກ​ຝ່າຍ ສປປ.​ເກົາຫຼີ ​ໃຫ້​ດີ​ກ່ວາ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Yun Byung-se ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ສະກັດ​ກັ້ນ ສປປ.​ເກົາຫຼີ ​ເພີ່ມ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ກ່ຽວ​ກັບ​ດ້ານ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ. ສ.​ເກົາຫຼີ ກໍ່​ຈະ​ຮ່ວມ​ມື​ກັບ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ສຳພັນ​ທະ​ມິດ ​ເພື່ອ​ເຮັດ​ໃຫ້ ສປປ.​ເກົາຫຼີ ມີ​ ຄວາມຮັບ​ຮູ້ກ່ຽວ​ກັບຜົນຮ້າຍຢ້ອນ​ຫລັງຂອງ​ການພັດທະນາ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ.

ຂ່າວ/ບົດ​ອື່ນ