ຫຼັກໝັ້ນຂອງຫວຽດນາມ ໄດ້ຮັບການຊົມເຊີຍທີ່ ກອງປະຊຸມ Shangri – La ຄັ້ງທີ 13

ຫຼັກໝັ້ນຂອງຫວຽດນາມ ໄດ້ຮັບການຊົມເຊີຍທີ່ ກອງປະຊຸມ Shangri – La ຄັ້ງທີ 13 - ảnh 1
(ພົນ​ເອກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ)

(vovworld) – ພົນ​ເອກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ, ຫົວ​ໜ້າ​ຄະນະ​ເຈລະຈາ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້ ​ໃຫ້​ຮູ​້ວ່າ, ການ​ເຈລະຈາ Shangri – La ຄັ້ງ​ນີ້​ມີ​ຄວາມ​ໝາຍສຳຄັນຍິ່ງ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ແບ່ງປັນທັດສະນະ, ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ, ນະ​ໂຍບາຍ​ຂອງ​ຕົນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊອກ​ຫາ​ມາດ​ຕະການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ປ້ອງ​ກັນຊາ​ດ​ເພື່ອ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຫຼີກ​ລ້ຽງການ​ສູ້​ຢັນ​ກັນ, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື… ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ ຟຸ່ງກວາງ​ແທງ ​ໃຫ້​ຮູ້​ວ່າ, ນີ້​ແມ່ນໜຶ່ງ​ໃນ​ບັນດາ​ບັນຫາທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຢູ່ທີ່ Shangri – La ຄັ້ງ​ທີ 13 ຍ້ອນ​ນີ້​ແມ່ນບໍລິ​ເວັນ​ທີມີ​​ທາງທະ​ເລ​ສາກົນ​ສ້າງ​ໃຫ້​ມີ​ການ​ພົວພັນ​ແລກປ່ຽນຄ້າຂາຍ​ທີ່ສຳຄັນ​ຍິ່ງ​ສຳລັບ​ບັນດາພື້ນຖານ​ເສດຖະກິດ. ຖ້າ​ຫາກ​ຄວາມ​ໝັ້ນຄົງ ປອດ​ໄພ​ບໍ່​ໄດ້​ຮັບ​ການ​ຮັບປະກັນ ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກໍ່​ຄື​ຫຼາຍ​ປະ​ເທດ​ໃນ​ໂລກ. ປະຈຸ​ບັນ, ​ເມື່ອ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພວມ​ຂາດ​ສະ​ຖຽນ​ລະ​ພາບ, ບັນດາ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ປາດ​ຖະໜາ​ຢາ​ກຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປາດ​ຖະໜາ​ວ່າ ບັນດາ​ຝ່າຍ​ແກ້​ໄຂ​ບັນຫາ​ດ້ວຍ​ມາດ​ຕະການ​ໂດຍສັນຕິ​ວິທີ, ກົດໝາຍສາກົນ, ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ທະ​ເລ, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​​ເຖິງ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງອາ​ຊຽນ - ຈີນ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ຢືນຢັນ​ວ່າ ບັນດາ​ປະ​ເທດ​ຕ້ອງ​ເຄົາລົບ​ກົດໝາຍ, ບໍ່​ໄດ້​ມີ​ການ​ກະທຳ​ພຽງ​ຝ່າຍ​ດຽວ, ສ້າງ​ເປັນ​ບັນຫາ​ທີ່​ເກີດ​ຂຶ້ນ​ແລ້ວ ຫຼື ນາບ​ຂູ່​ນຳ​ໃຊ້​ກຳລັງອາວຸດ ​ເພື່ອ​ແກ້​ໄຂບັນດາ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິ​ປະ​ໄຕ​ຜືນ​​ແຜ່ນດິນ.

        ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່ Shangri – La ຄັ້ງ​ທີ 13, ທ່ານ​ລັດຖະມົນຕີ​ຟຸ່ງກວາງ​ແທງ​ໃຫ້​ຮູ້​ວ່າ, ​ໃນ​ການ​ເຈລະຈາ​ຄັ້ງ​ນີ້, ຄະນະ​ຈັດ​ຕັ້ງ ​ໄດ້​ເຊີນຄະນະຜູ້​ແທນ​ຫວຽດນາມ ​ກ່າວ​ປາ​ໄສ​ດ້ວຍ​ຫົວ​ຂໍ້ “ຄຸ້ມ​ຄອງ​ຄວາມ​ເຄັ່ງ​ຕຶງ​ຍຸດ​ທະ​ສາດ” ​ແລະ ຫວຽດນາມ​ໄດ້​​ແຈ້ງ​ຂ່າວ​ຢ່າງ​ເປັນ​ທາງ​ການ, ພາວະ​ວິ​ໄສ, ຊື່​ຕົງ, ທັນ​ການ​ເພື່ອ​ໃຫ້​ນັກ​ການ​ເມືອງ, ນັກຮຽນ​ຮູ້, ບັນ​ດາ​ອົງການ​ສື່ສານສາກົນຮັບ​ຊາບ​ກ່ຽວກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກປະຈຸ​ບັນ ພາຍຫຼັງ​ທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນຫາ​ດ້ວຍ​ການ​ເຈລະຈາ, ດ້ວຍ​ມາດ​ຕະການ​ສັນຕິພາບ, ​ໂດຍ​ສະ​ເພາະ​ແມ່ນ​ກົດໝາຍ​ສາກົນ, ສົນທິສັນຍາ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື DOC. ຫວຽດນາມ ລະງັບ​ໃຈ​ທີ່​ສຸດ, ບໍ່​ນຳ​ໃຊ້​ອາວຸດ ​ແລະ ບໍ່​ນາບ​ຂູ່​ນຳ​ໃຊ້ກຳລັງ​ອາ​ວຸດ, ພ້ອມ​ທັງ​ນຳ​ໃຊ້​ກຳລັງ​ປະຕິບັດ​ໜ້າ​ທີ່, ບັນດາ​ກຳ​ປັ່ນ​ຫາ​ປາ​ສົມທົບ​ກັນ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ພວມ​ມານະ​ພະຍາຍາມຊອກ​ຫາ​ວິທີ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶ່ງ​ດັ່ງກ່າວ ຜ່ານ​ການ​ເຈລະຈາ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ຈີນ​​​.

ຂ່າວ/ບົດ​ອື່ນ