ຫັນການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ໃຫ້ປະກົດຜົນເປັນຈິງ

(VOVWORLD) - ເພີ່ມທະວີການພົວພັນການເມືອງ - ການທູດຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜ່ານນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ ແລະ ເຮັດໃຫ້ການພົວພັນລະຫວ່າງການນຳຂັ້ນສູງເລິກເຊິ່ງຂຶ້ນຕື່ມ
ຫັນການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ໃຫ້ປະກົດຜົນເປັນຈິງ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ ເກົາຫຼີ Choi Young Sam
(ພາບ:congluan.vn)

ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ ເກົາຫຼີ Choi Young Sam.

        ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີວ່າ ໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍ, ຫັນການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ໃຫ້ປະກົດຜົນເປັນຈິງ, ພິເສດ, ປະຕິບັດ “ໂຄງການກະທຳກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ທີ່ໄດ້ເຊັນກັນໃນເດືອນ ມິຖຸນາ 2023. ພ້ອມທັງ, ເພີ່ມທະວີການພົວພັນການເມືອງ - ການທູດຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜ່ານນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ ແລະ ເຮັດໃຫ້ການພົວພັນລະຫວ່າງການນຳຂັ້ນສູງເລິກເຊິ່ງຂຶ້ນຕື່ມ; ຜັນຂະຫຍາຍບັນດາກົນໄກຮ່ວມມື, ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ. ທ່ານນາງຮອງປະທານປະເທດສອງປະເທດ ຫວັງວ່າ ສອງຝ່າຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ເນັ້ນໜັກວ່າ: ການພົວພັນ ສ ເກົາຫຼີ - ຫວຽດນາມ ໝັ້ນໝາຍຄວາມມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ພ້ອມທັງ, ເປີດກ້ວາງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຊີ, ນະວັດຕະກຳ, ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານໃໝ່ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ