ຫລາຍທ້ອງຖິ່ນໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວເພື່ອຄົນທຸກຍາກ

ຫລາຍທ້ອງຖິ່ນໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວເພື່ອຄົນທຸກຍາກ - ảnh 1
ລາຍ​ການ “ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ"
ພາບ:baonhandan

(vovworld)- ຕອນ​ຄ່ຳ​ວັນ​ທີ 1/1, ແຂວງ ຮ່າ​ນາມ ໄດ້​ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​ຕ້ອນ​ຮັບ​ປີ​ໃຫມ່​ປະ​ຈຳ​ຊາດ” ເພື່ອ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ຮ່ວມ​ແຮງ​ຮ່ວມ​ໃນ​ຫນູນ​ຊ່ວຍ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ແຂວງ. ໃນ​ລາຍ​ການນີ້, ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ, ວິ​ສາ​ຫະ​ກິດ​ໄດ້​​ບໍ​ລິ​ຈາກ​ເງິນ​ເພື່ອສະ​ຫນັບ​ສະ​ຫນູນ​ຜູ້​ທຸກ​ຍາກໃນ​ແຂວງ ດ້ວຍ​ຈຳ​ນວນ​ເງິນກວ່າ 17 ຕື້​ດົງ.

ໃນ​ຊຸມມື້​ຕົ້ນ​ປີ 2017, ບັນ​ດາ​ສະ​ໂມ​ສອນ, ກຸ​່ມ​ເຮັດ​ວຽກ​ງານກ​ຸ​ສົນ​ຢູ່ ຢາ​ລາຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ, ສະ​ຫນັບ​ສະ​ຫນູນ ແລະ ຊ່ວຍ​ເຫລືອ​ເດັກ​ກຳ​ພ້າ ແລະ ຄົນ​ເຈັບ​ທຸກ​ຍາກ.

ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ​ແຂວງ ບີງດີ້ງ ຍູ້​ແຮງວຽກ​ງານກວດ, ປິ່ນ​ປົວ, ແຈກ​ຢາຍ​ຢຸກ​ຢາ​ໂດຍບໍ່​ເກັບ​ຄ່າໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ໄພ​ນ້ຳ​ຖ້ວມ ພ້ອມ​ທັງ​ຂົນ​ຂວາຍ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ຢາ ຊ່ວຍ​ເຫລືອ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ຖືກ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ. ພະ​ນ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ບີງ​ດີ້ງ ກໍ​ຂົນ​ຂວາຍ​ພະ​ນັກ​ງານ, ລັດ​ຖະ​ກອນໃນ​ຂະ​ແຫນງ ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ ຮັບ​ໃຊ້​ວຽກ​ງານ​ປິ່ນ​ປົວ​ຢູ່​ບັນ​ດາ​ໂຮງ​ໝໍ. ທ່ານ​ໝໍ ເລກວາງ​ຮຸ່ງ, ຫົວ​ຫນ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ບີງ​ດີ້ງ ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້​ບັນ​ດາ​ແຫລ່ງ​ອຸ​ປະ​ຖຳ​ຂອງ​ບັນ​ດາ​ອົງ​ການ, ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ການ​ຢາ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຫນູນ​ຊ່ວຍ​ແຫລ່ງ​ຢຸກ​ຢາ​ເພື່ອ​ໄປ​ກວດ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຊົນ. ນອກນັ້ນ ພະ​ແນກ​ສາ​ທາ​ລະ​ນະ​ສຸກ ກໍ​ໄດ້​ຂົນ​ຂວາຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຫນູນ​ຊ່ວຍ​ຂອງ​ຂວັນ​ກວ່າ 700 ພູດ​ເພ​ື່ອມອບ​ໃຫ້​ຄົນ​ເຈັບ ແລະ ຜູ້​ທຸກ​ຍາກ”


ຕອບກັບ

ຂ່າວ/ບົດ​ອື່ນ