ຫລາຍປະເທດສະເຫລີມສະຫລອງວັນກະຈາຍສຽງໂລກ

ຫລາຍປະເທດສະເຫລີມສະຫລອງວັນກະຈາຍສຽງໂລກ - ảnh 1
ພາບ​ປະ​ກອບ

(vovworld)-ວັນ​ທີ 13/2, UNESCO ໄດ້​ສົມ​ທົບ​ກັບ​ບັນ​ດາ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໃນ​ທົ່ວ​ໂລກ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ກະ​ຈາຍ​ສຽງ​ໂລກ ເພື່ອ​ເຊີດ​ຊູ​ການ​ກະ​ຈາຍ​ສຽງໃນ​ຊີ​ວິດ​ທັນ​ສະ​ໄຫມ. ວັນ​ກະ​ຈາຍ​ສຽງ​ໂລກ​ປີນີ້ ດ້ວຍ​ຫົວ​ຂໍ້ “ກະ​ຈາຍ​ສຽງ​ແມ່ນ​ເພື່ອນ”, ເນັ້ນ​ຫນັກ​ວ່າ ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ຄວ​ນ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ຟັງ, ສ້າງ​ເວ​ທີ​ປາ​ໄ ສ​ເພື່ອ​ໃຫ້​ຜູ້​ຟັງ​ຍົກ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ຕົນ, ຊ່ວຍ​ໃຫ້​ຜ​ູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ກຳ​ໄດ້​ຄວາມ​ຕ້ອງ​ການ ແລະ ປັບ​ປຸງ​ການ​ພັດ​ທະ​ນາ​ຂອງ​ການ​ກະ​ຈາຍ​ສຽງ​ໃຫ້​ເໝາະ​ສົມ. ຕາມ UNESCO ແລ້ວ, ກະ​ຈາຍ​ສຽງ​ແມ່ນ​ພາ​ຫ​ະ​ນະ​ສື່​ສານ​ທີ່​ເສຍ​ຄາ​ຕ່ຳ​ສຸດ ແລະ ແມ່ນ​ເຄື່ອງ​ມື​ສົ່ງ​ຂໍ້​ມູນ​ຂ່າ​ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ນັ້ນ ກະ​ຈາຍສຽງ​ມາ​ສູ່​ປະ​ຊາ​ຊົນ​ໃນ​ໂລ​ກ​ຫລາຍກວ່າ​ເມື່ອ​ທຽບ​ໃສ່​ໂທ​ລະ​ສັບ​ມື​ຖື ແລະ ໂທ​ລະ​ພາບ. ນີ້​ກໍ​ແມ່ນ​ພາ​ຫະ​ນະ​ຕົ້ນ​ຕໍ​ມາ​ສູ່​ປະ​ຊາ​ຊົນຜູ້​ທີ່​ບໍ່​ໄດ້​ສຳ​ພັດ​ກັບ ອິນ​ເຕີ​ແນັດ ແລະ ພິ​ເສດ​ແມ່ນ​ເຂດ​ຫ່າງ​ໄກ​ສອກ​ຫລີກ, ຄົນ​ພິ​ການ, ຄົນ​ຕາ​ບອດ, ຊາວ​ຫນຸ່ມ, ແມ່​ຍິງ ແລະ ຜູ້​ທຸກ​ຍາກ.


ຕອບກັບ

ຂ່າວ/ບົດ​ອື່ນ