ຫົວພັນ - ເຊີນລາ ຮ່ວມກັນຈັດງານວັນວັດທະນະທໍາ ແລະທ່ອງທ່ຽວປີ 2018

(VOVWORLD) -ແຂວງຫົວພັນ ສປປ ລາວ ແລະ ແຂວງເຊິນລາ ສສ ຫວຽດນາມ ຮ່ວມກັນ ຈັດງານວັນວັດທະນະທຳແລະ ທ່ອງທ່ຽວ 2018 ຢູ່ເທດສະບານແຂວງຫົວພັນ ແຕ່ວັນທີ 5 - 6 ພະຈິກ
ຫົວພັນ - ເຊີນລາ ຮ່ວມກັນຈັດງານວັນວັດທະນະທໍາ ແລະທ່ອງທ່ຽວປີ 2018 - ảnh 1 ລາຍການສະແດງສິລະປະ ທີ່ພິທີໄຂ (ພາບ: baosonla.org.vn)

ແຂວງຫົວພັນ ສປປ ລາວ ແລະ ແຂວງເຊິນລາ ສສ ຫວຽດນາມ ຮ່ວມກັນ ຈັດງານວັນວັດທະນະທຳແລະ ທ່ອງທ່ຽວ 2018 ຢູ່ເທດສະບານແຂວງຫົວພັນ ແຕ່ວັນທີ 5 - 6 ພະຈິກນີ້ ຊຶ່ງເປັນຄັ້ງປະຫວັດສາດຂອງສອງແຂວງ ເພື່ອເປັນການໂຄສະນາເຜີຍແຜ່ຜະລິດຕະພັນການທ່ອງທ່ຽວ, ທ່າແຮງບົ່ມຊ້ອນ, ບັນດາແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ ຮີດຄອງປະເພນີ, ສີໄມ້ລາຍມື ແລະ ຫົວຄິດປະດິດສ້າງຂອງປະຊາຊົນສອງ ແຂວງອອກສູ່ສາຍຕາໂລກພາຍນອກໃຫ້ກ້ວາງຂວາງ ເພື່ອດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວສອງ ແຂວງຫົວພັນ-ເຊິນລາ ໃຫ້ນັບມື້ເພີ່ມຂຶ້ນ. ນອກຈາກນີ້ ຍັງເປັນການປະກອບສ່ວນສ້າງກິດຈະກໍາ ປີທ່ອງທ່ຽວ ລາວ 2018 ຂອງແຂວງຫົວພັນ ໃຫ້ມີຫລາກຫລາຍສີສັນ ແລະ ເປັນຂະບວນຟົດຟື້ນກ່ວາເກົ່າ. ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນຕອນ ຄໍ່າ ວັນທີ 5 ພະຈິກນີ້ ທີ່ຫໍວັດທະນະທຳແຂວງ ຫົວພັນ ໂດຍມີ ທ່ານ ວັນໄຊ ແພງຊຸມມາ, ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆຫົວພັນ, ທ່ານ ຮວັາງວັນເຈິດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊິນລາ, ພ້ອມດ້ວຍການນຳຈາກສອງແຂວງ ແລະ ມວນຊົນພາຍໃນແຂວງຫົວພັນ ເຂົ້າຮ່ວມ. ໃນໂອກາດມີຄຳເຫັນຕໍ່ພິທີຄັ້ງນີ້ ທ່ານ ວັນໄຊ ແພງຊຸມມາ ໄດ້ຕີລາຄາສູງຕໍ່ການຈັດງານວັນວັດທະນະທຳ ແລະ ທ່ອງທ່ຽວ ຫົວພັນ - ເຊິນລາ 2018 ເພາະເປັນຂີດໝາຍໃໝ່ແຫ່ງການ ພົວພັນຮ່ວມມືມິດຕະພາບລະຫວ່າງ ສອງແຂວງ ເພື່ອແນໃສ່ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ປະຊາຊົນສອງຟາກຊາຍແດນ ແລະ ສອງແຂວງຫົວພັນ - ເຊິນລາ ໄດ້ໄປມາຫາສູ່ ພົວພັນ ຊື້ - ຂາຍ, ແລກປ່ຽນສິນຄ້າ, ທ່ອງທ່ຽວຢ້ຽມຢາມເຊິ່ງກັນ ແລະກັນທີ່ມີມາແຕ່ບູຮານນະການແລ້ວນັ້ນໃຫ້ນັບມື້ນັບເພີ່ມທະວີ ແລະ ມີສິ່ງອຳນວຍຄວາມສະດວກຂຶ້ນໄປເລື້ອຍໆ, ທັງເປັນການໂຄສະນາເຜີຍແຜ່, ຈັດ ຕັ້ງປະຕິບັດແຜນງານສົ່ງເສີມການທ່ອງທ່ຽວຂອງສອງແຂວງຫົວພັນ - ເຊິນລາ ໃຫ້ປະກົດຜົນເປັນຈິງ. ສຳລັບກິດຈະກຳພາຍໃນງານຄັ້ງນີ້ ປະກອບມີ: ການວາງສະແດງສິນຄ້າ ແລະ ອາຫານພື້ນເມືອງຂອງສອງແຂວງ, ວາງສະແດງຮູບພາບກ່ຽວກັບແຫລ່ງທ່ອງທ່ຽວ, ການພົວພັນຮ່ວມມືຕ່າງປະເທດ ແລະ ວິຖີຊີວິດຂອງປະຊາຊົນສອງແຂວງ, ໃນນີ້ຝ່າຍລາວມີ 100 ແຜ່ນ ແລະ ຝ່າຍຫວຽດນາມ ມີ 200 ແຜ່ນ. ນອກຈາກນີ້ ມີການສະແດງແລກ ປ່ຽນສິລະປະວັນນະຄະດີຮ່ວມກັນ, ການເດີນອາພອນຂອງບັນດາເຜົ່າຂອງ ສອງແຂວງ ແລະ ການແຂ່ງກັນກິລາພື້ນເມືອງຮ່ວມກັນຫລາຍລາຍ ການເປັນຕົ້ນ: ກິລາຫມາກແລ້, ຂີ່ໄມ້ໂຢກເຢກ, ດຶງເຊືອກ ແລະ ອື່ນໆ.

ຕາມ ວສລ

ຕອບກັບ

ຂ່າວ/ບົດ​ອື່ນ