ຫວຽດນາມ - ການາດາ ສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍດ້ານ

(VOVWORLD) - ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ໃຫ້ພັດທະນາຢ່າງມີຄວາມໄວ້ເນື້ອເຊື່ອໃຈ, ບັນລຸປະສິດທິຜົນ
ຫວຽດນາມ - ການາດາ ສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍດ້ານ - ảnh 1ທ່ານລັດຖະມົນຕີ ບຸຍແທັງເຊີນ ຕ້ອນຮັບທ່ານຮອງລັດຖະມົນຕີ David Morrison
(ພາບ: TTXVN)

ວັນທີ 14 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທີ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງບັນດາບັນຫາທົ່ວໂລກ ການາດາ David Morrison.

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ໃຫ້ພັດທະນາຢ່າງມີຄວາມໄວ້ເນື້ອເຊື່ອໃຈ, ບັນລຸປະສິດທິຜົນ, ແທດຈິງ, ມຸ່ງໄປເຖິງເລື່ອງນຳການພົວພັນຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍ ສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍດ້ານ, ເສີມຂະຫຍາຍບັນດາກົນໄກເຈລະຈາທີ່ມີຢູ່ແລ້ວ ແລະ ເປີດກວ້າງການຮ່ວມມືໃນຂົງເຂດ, ຄື: ສາທາລະນະສຸກ, ການຫັນປ່ຽນພະລັງງານ, ເຕັກໂນໂລຊີສະອາດ, ການຮ່ວມມືທ້ອງຖິ່ນ…

ສ່ວຍທ່ານຮອງລັດຖະມົນຕີ David Morrison ຢືນຢັນວ່າ ການບຸລິມະສິດການຕ່າງປະເທດຂອງ ການາດາ ແມ່ນຢູ່ພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ, ການາດາ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ, ແມ່ນຂົວເຊື່ອມຕໍ່ຂອງ ການາດາ ກັບພາກພື້ນ. ທ່ານກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ, ລວມມີ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືດ້ານກະສິກຳ…

ຕອບກັບ

ຂ່າວ/ບົດ​ອື່ນ