ຫວຽດນາມ ກຽມພ້ອມຮ່ວມມືແລະຮັບກະແສເງິນລົງທຶນກັບຄູ່ຮ່ວມມືສາກົນ

(VOVWORLD) -ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດອັງກິດ ມາລົງທຶນຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.

ຫວຽດນາມ ກຽມພ້ອມຮ່ວມມືແລະຮັບກະແສເງິນລົງທຶນກັບຄູ່ຮ່ວມມືສາກົນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງລັດຖະມົນຕີການຄ້າສາກົນແຫ່ງລາຊະອານາຈັກອັງກິດ Elizabeth Truss

(ພາບ: TTXVN)

ຕອນບ່າຍວັນທີ 11 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຄ້າສາກົນແຫ່ງລາຊະອານາຈັກອັງກິດ Elizabeth Truss. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, 2 ປະເທດມີມູນເຊື້ອຮ່ວມມືໃນຫຼາຍຂົງເຂດ, ສະນັ້ນ 2 ປະເທດຄວນລົງນາມໃນສັນຍາ FTA 2 ຝ່າຍໂດຍໄວ, ຜ່ານນັ້ນຍູ້ແຮງວົງເງິນການຄ້າ 2 ສົ້ນ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ອັງກິດ ເຂົ້າຮ່ວມສັນຍາ CPTPP ກໍ່ຄືການສະໜັບສະໜູນແຜນນະໂຍບາຍການຄ້າເສລີ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດອັງກິດ ມາລົງທຶນຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA) Kitaoka Shinichi. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ໄດ້ສ້າງທຸກເງື່ອນໄຂ, ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຍີ່ປຸ່ນ ທຳມາຫາກິນຢູ່ຫວຽດນາມ ປະສົບຜົນສຳເລັດ. ພ້ອມກັນນັ້ນ, ລັດຖະບານຫວຽດນາມ ກໍ່ປາດຖະໜາຢາກໃຫ້ JICA ສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ