ຫວຽດ​ນາມ ​ຈັດ​ສົ່ງ ພົນ​ລະ​ເມືອງ ຢູ່​ເຂດເກີດ​ສົງ​ຄາມ​​ທາງ​ທິດ​ເໜືອ ມຽນ​ມາ​ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) - ວັນທີ 4 ທັນວາ, ຫວຽດນາມ ພ້ອມກັບບັນດາປະເທດ ຄູ່ຮ່ວມມື ໄດ້ຈັດສົ່ງ ພົນລະເມືອງ ຫວຽດນາມ 338 ຄົນ ທີ່ຖືກຕິດຄ້າງຢູ່ເຂດປະທະກັນຢູ່ທາງທິດເໜືອ ມຽນມາ ກັບເມືອປະເທດຢ່າງປອດໄພ.
ຫວຽດ​ນາມ ​ຈັດ​ສົ່ງ ພົນ​ລະ​ເມືອງ ຢູ່​ເຂດເກີດ​ສົງ​ຄາມ​​ທາງ​ທິດ​ເໜືອ ມຽນ​ມາ​ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ພົນລະເມືອງ ຫວຽດນາມ 338 ຄົນກັບເມືອປະເທດ ຢ່າງປອດໄພ (ພາບ: ກະຊວງການຕ່າງປະເທດ)

ກ່ອນໜ້ານັ້ນ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີໃຫ້ແກ່ພົນລະເມືອງ ໃນສະພາບການມຽນມາ ມີການຜັນແປທີ່ສັບສົນຫຼາຍຢ່າງ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບພາຍໃນປະເທດ, ອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ແລະ ອຳນາດການປົກຄອງປະເທດປະຈຳຖິ່ນ ແລະ ບັນດາຄູ່ຮ່ວມມື, ຂຶ້ນ ແຜນການນຳພົນລະເມືອງກັບເມືອປະເທດ. ຄ່າໃຊ້ຈ່າຍທັງໝົດໃນການນຳພົນລະເມືອງກັບເມືອ ປະເທດ ໂດຍລັດຖະບານ ຫວຽດນາມ ຮັບຜິດຊອບ. ກະຊວງການຕ່າງປະເທດ ຫວຽດນາມ ໄດ້ ມີຄຳເຕື່ອນຕໍ່ ພົນລະເມືອງ ຫວຽດນາມ ທີ່ຍັງຕິດຄ້າງ ຫຼື ຕ້ອງການຄວາມຊ່ວຍເຫຼືອ ແມ່ນຕິດຕໍ່ຕາມເບີໂທລະສັບສາຍດ່ວນ ການປົກປ້ອງພົນລະເມືອງ:

ສະຖານທູດ ຫວຽດນາມ ປະຈຳ ມຽນມາ: +959660888998. ເບີໂທລະສັບສູນປົກປ້ອງພົນລະເມືອງ ຂອງກົມກົງສູນ, ກະຊວງການຕ່າງປະເທດ: +84 981 84 84 84; +84 965 41 11 18. Email: baohocongdan@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ