ຫວຽດ​ນາມ - ຈີນ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 36 ສະ​ບັບ

(VOVWORLD) - ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ ຄະນະລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ສາທາລະນະລັດ ປະຊາຊົນ ຈີນ,  ສີຈີ້ນຜິງ ໄດ້ຮັບຟັງການລາຍງານກ່ຽວກັບຂໍ້ຕົກລົງຮ່ວມມື 36 ສະບັບ ໂດຍບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ລົງນາມໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

ຫວຽດ​ນາມ - ຈີນ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 36 ສະ​ບັບ - ảnh 1ເລຂາທິການໃຫຍ່ສອງທ່ານ ຮັບຟັງການລາຍງານກ່ຽວກັບເອກະສານຮ່ວມມື 36 ສະບັບ (ພາບ: TTXVN)

ຕອນບ່າຍວັນທີ 12 ທັນວາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ ຄະນະລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ສາທາລະນະລັດ ປະຊາຊົນ ຈີນ,  ສີຈີ້ນຜິງ ໄດ້ຮັບຟັງການລາຍງານກ່ຽວກັບຂໍ້ຕົກລົງຮ່ວມມື 36 ສະບັບ ໂດຍບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ລົງນາມໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

        ໃນຈຳນວນຂໍ້ຕົກລົງ 36 ສະບັບນັ້ນ, ມີເອກະສານ 4 ສະບັບ ໃນຂົງເຂດການເມືອງ - ການຕ່າງປະເທດ ໄດ້ລົງນາມ ລະຫວ່າງບັນດາຄະນະພັກ ແລະ ກະຊວງການຕ່າງປະເທດສອງປະເທດ; ເອກະສານຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ 4 ສະບັບ ກ່ຽວກັບການຕ້ານອາດຊະຍາກຳ, ການຮ່ວມມືຢູ່ທະເລ ແລະ ຂົງເຂດຍຸຕິທຳ; ເອກະສານຮ່ວມມືໃນບັນດາຂົງເຂດແທດຈິງ 24 ສະບັບທັງລະດັບລັດຖະບານ, ກະຊວງ ແລະ ອົງການ ແລະ ເອກະສານຮ່ວມມືລະຫວ່າງທ້ອງຖິ່ນຂອງ 2 ປະເທດ 4 ສະບັບ.  

        ກ່ຽວກັບດ້ານເສດຖະກິດ, ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນແຜນການຮ່ວມມືພ້ອມກັນຊຸກຍູ້ການເຊື່ອມຕໍ່ລະຫວ່າງກອບການຮ່ວມມື “ສອງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ແລວທາງ ແລະ ເສັ້ນທາງ”; ສັນຍາວ່າດ້ວຍການຊຸກຍູ້, ເພີ່ມທະວີການເຊື່ອມຕໍ່ທາງບົກ ແລະ ການຮ່ວມມືທາງລົດໄຟ ຢູ່ເຂດຊາຍແດນສອງປະເທດ ກໍຄື ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນໃນຂົງເຂດພັດທະນາສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ