ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຫາ​ປາ ແລະ ປູກ​ລ້ຽງ​ສິນ​ໃນ​ນ້ຳ

(VOVWORLD) - ອາຊຽນ ຍາມໃດກໍ່ຖືການຮ່ວມມືໃນຂົງເຂດສິນໃນນ້ຳເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດ ໃນການເຊື່ອມໂຍງດ້ານເສດຖະກິດ, ພ້ອມທັງສວມບົດບາດສຳຄັນໃນການຄ້ຳປະກັນ ສະບຽງອາຫານ.
ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຫາ​ປາ ແລະ ປູກ​ລ້ຽງ​ສິນ​ໃນ​ນ້ຳ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 7 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 55 ຂອງ ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດ ສະວິດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າ ອາຊຽນ ກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາ ກັບນັກລາຍງານພິເສດຂອງ ສປຊ ກ່ຽວກັບສິດທິດ້ານສະບຽງອາຫານ, ດ້ວຍຫົວຂໍ້ກ່ຽວກັບການຂຸດຄົ້ນສິນໃນນ້ຳ ແລະ ຮັບປະກັນສິດທິສະບຽງອາຫານ.

ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢັ້ງຢືນວ່າ ອາຊຽນ ຍາມໃດກໍ່ຖືການຮ່ວມມືໃນຂົງເຂດສິນໃນນ້ຳເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດ ໃນການເຊື່ອມໂຍງດ້ານເສດຖະກິດ, ພ້ອມທັງສວມບົດບາດສຳຄັນໃນການຄ້ຳປະກັນ ສະບຽງອາຫານ, ຊຸກຍູ້ພື້ນຖານເສດຖະກິດ ແລະ ໜູນຊ່ວຍການຫາເງິນລ້ຽງຊີບໃນທົ່ວພາກພື້ນ ອາຊຽນ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ແບ່ງປັນຫຼາຍຂໍ້ລິເລີ່ມ ຂອງອາຊຽນ ເພື່ອແນໃສ່ ໜູນຊ່ວຍການເຄື່ອນໄຫວຂອງ ຊາວປະມົງທີ່ມີຂອບຂະໜາດນ້ອຍ, ແບ່ງປັນຖະແຫຼງການຂອງບັນດາການນຳອາຊຽນ ກ່ຽວກັບການເພີ່ມທະວີ ການຄ້ຳປະກັນ ສະບຽງອາຫານ ແລະ ທາດໂພຊະນາການ ເພື່ອຮັບມືກັບວິກິດການ ເຊິ່ງໄດ້ຮັບຮອງເອົາເມື່ອເດືອນກັນຍາ 2023, ທ່ານເນັ້ນໜັກເຖິງຄຳໝັ້ນສັນຍາໃນການສ້າງເງື່ອນໄຂເຂົ້າເຖິງແຫຼ່ງເງິນໃຫ້ແກ່ຊາວປະມົງ.

ຕອບກັບ

ຂ່າວ/ບົດ​ອື່ນ