ຫວຽດນາມ ຈະສືບຕໍ່ຊອກຫາບັນດາແຫລ່ງວັກຊີນເພື່ອຫັນແຫລ່ງສະຫນອງເປັນຫລາຍຮູບແບບ

(VOVWORLD) -ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຍຸດທະສາດແບ່ງປັນວັກຊິນກັນພະຍາດໂຄວິດ - 19 ຈຳນວນ 500 ລ້ານໂດສຂອງ ອາເມລິກາ ໃຫ້ແກ່ທົ່ວໂລກ, ໃນນັ້ນ ມີ ຫວຽດນາມ. 
ຫວຽດນາມ ຈະສືບຕໍ່ຊອກຫາບັນດາແຫລ່ງວັກຊີນເພື່ອຫັນແຫລ່ງສະຫນອງເປັນຫລາຍຮູບແບບ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ   (ພາບ:baoquocte.vn) 

ຕອນບ່າຍວັນທີ 10 ມິຖຸນາ, ກະຊວງການຕ່າງປະເທດຫວຽດນາມໄດ້ຈັດການຖະແຫລງຂ່າວນັດສາມັນເດືອນ ມິຖຸນາ ຕາມຮູບການອອນລາຍ ເພື່ອແຈ້ງບັນດາບັນຫາການຕ່າງປະເທດທີ່ເປັນຫນ້າສົນໃຈ ພິເສດແມ່ນບັນຫາຄວາມໝັ້ນຄົງ ອະທິປະໄຕທະເລໝູ່ເກາະກໍ່ຄືບັນດານະໂຍບາຍຂອງຫວຽດນາມ ເພື່ອຮັບມືກັບສະພາບໂລກລະບາດປະຈຸບັນ.

ຕໍ່ຫນ້າມີຂ່າວຄາວທີ່ວ່າ ກຳປັ່ນຕຳຫລວດທະເລຂອງຈີນ ປະກົດອອກຢູ່ເຂດມໍ່ກັບ ເກາະ ຈີໂຕນ ຂຶ້ນກັບໝູ່ເກາະ ຮ່ວາງຊາຂອງຫວຽດນາມ ຊື່ງຈີນ ພວມຢຶດຄອງຢ່າງຜິດກົດໝາຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ      ຢືນຢັນວ່າ:

 “ບັນດາອົງການກ່ຽວຂ້ອງຂອງຫວຽດນາມຍາມໃດກໍ່ຕິດຕາມທຸກການເຄື່ອນໄຫວຢູ່ໝູ່ເກາະ ຮ່ວາງຊາ ແລະເຈື່ອງຊາ ກໍ່ຄື ບັນດາເຂດທະເລຂອງຫວຽດນາມ ຢູ່ ທະເລຕາເວັນອອກ. ໂດຍແມ່ນສະມາຊິກຂອງ UNCLOS 1982, ຫວຽດນາມ ມີອະທິປະໄຕ, ອຳນາດອະທິປະໄຕ ແລະອຳນາດສານສຳລັບບັນດາເຂດທະເລກ່ຽວຂ້ອງເຖິງ ທະເລຕາເວັນອອກ ໂດຍໄດ້ກຳນົດວ່າແມ່ນສອດຄ່ອງກັບສົນທິສັນຍາ. ຫວຽດນາມມີພະຍານຫລັກຖານດ້ານນິຕິກຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຕົນ ຢູ່ສອງໝູ່ເກາະ ເຈື່ອງຊາ ແລະຮ່ວາງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ”.

ແລະ ກ່ຽວຂ້ອງເຖິງບັນຫາອະທິປະໄຕເຂດທະເລໝູ່ເກາະ, ກ່ອນການຢ້ຽມຢາມ ຂອງທ່ານເສນາທິການໃຫຍ່ ຟີລີບປີນ ເຖິງເກາະ ທີຕື ຂຶ້ື້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ  ຊື່ງ ຟີລີບປິນ ພວມຢຶດຄອງຢ່າງຜິດກົດໝາຍ, ທ່ານນາງເລທິທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມຄັດຄ້ານທຸກການກະທຳລ່ວງລ້ຳອະທິປະໄຕ ແລະບັນດາສິດກ່ຽວຂ້ອງຂອງຫວຽດນາມສຳລັບໝູ່ເກາະ ຮ່ວາງຊາ. ຫວຽດນາມຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຕ້ອງເຄົາລົບອະທິປະໄຕຂອງຫວຽດນາມ, ເຄົາລົບກົດໝາຍສາກົນ, DOC ບໍ່ໄດ້ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.”

ກ່ຽວຂ້ອງເຖິງຄຳຖາມຂອງນັກຂ່າວກ່ຽວກັບເລື່ອງສ້າງຕັ້ງ ກອງທຶນ ວັກຊີນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມເນັ້ນຫນັກວ່າ: ພັກ ແລະລັດ ຫວຽດນາມ ໄດ້ກຳນົດເປົ້າໝາຍສັກວັກຊີນກັນໂຄວິດ 19 ໂດຍບໍ່ເກັບຄ່າໃຫ້ແກ່ ທົ່ວປວງຊົນ. ສະນັ້ນ ກອງທຶນ ວັນຊີນ ໄດ້ສ້າງຂຶ້ນ ເພື່ອຮັບເອົາຄວາມເຫັນດີເຫັນພ້ອມ ການປະກອບສ່ວນດ້ວຍຄວາມສະໝັກໃຈຂອງບັນດາສ່ວນບຸກຄົນອົງການຈັດຕັ້ງ ຢູ່ພາຍໃນ ແລະຕ່າງປະເທດ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ.

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຍຸດທະສາດແບ່ງປັນວັກຊິນກັນພະຍາດໂຄວິດ - 19 ຈຳນວນ 500 ລ້ານໂດສຂອງ ອາເມລິກາ ໃຫ້ແກ່ທົ່ວໂລກ, ໃນນັ້ນ ມີ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 2,6 ລ້ານໂດສ ຈາກໂຄງການ COVAX  ແລະ ຄຳໝັ້ນສັນຍາຂອງບັນດາບໍລິສັດການຢາ ກໍຄື ຄູ່ຮ່ວມມືສາກົນ ເພື່ອມີແຫຼ່ງວັກຊິນພຽງພໍ ຮັບໃຊ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ