ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ມືກັບ​ອົງ​ການ​ຊອກ​ຫາ​ຊາວ​ຕ່າງ​ປະ​ເທດ​ທີ່​​ຫາຍ​ສາບ​ສູນໃນ​ປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ ເພື່ອ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງໃນການປະຕິບັດເປົ້າໝາຍໜູນຊ່ວຍທ້ອງຖິ່ນເຊື່ອມຕໍ່, ເພີ່ມທະວີການຮ່ວມມືສາກົນ, ພັດທະນາເສດຖະກິດ, ດຶງດູດການລົງທຶນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ, ມະນຸດສະທຳຈາກຄູ່ຮ່ວມມືຕ່າງປະເທດ.
ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ມືກັບ​ອົງ​ການ​ຊອກ​ຫາ​ຊາວ​ຕ່າງ​ປະ​ເທດ​ທີ່​​ຫາຍ​ສາບ​ສູນໃນ​ປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ ເພື່ອ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

ໃນລະຫວ່າງວັນທີ 26 – 27 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງ ເງະອານ ເພື່ອແລກປ່ຽນກ່ຽວກັບມາດຕະການຊ່ວຍເຫຼືອທ້ອງຖິ່ນພັດທະນາການພົວພັນເສດຖະກິດກັບໍຕ່າງປະເທດ. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງໃນການປະຕິບັດເປົ້າໝາຍໜູນຊ່ວຍທ້ອງຖິ່ນເຊື່ອມຕໍ່, ເພີ່ມທະວີການຮ່ວມມືສາກົນ, ພັດທະນາເສດຖະກິດ, ດຶງດູດການລົງທຶນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ, ມະນຸດສະທຳຈາກຄູ່ຮ່ວມມືຕ່າງປະເທດ.

        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ພ້ອມດ້ວຍຜູ້ຕາງໜ້າການນຳແຂວງ ເງະອານ ແລະ ສະຖານທູດ ອາເມລິກາ, ຫ້ອງການຜູ້ຕາງໜ້າອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນປາງສົມຄາມ ຢູ່ ຫວຽດນາມ ຂອງ ອາເມລິກາ ປະຈຳ ຮ່າໂນ້ຍ ກໍໄດ້ລົງໄປທັດສະນະສຶກສາສະຖານທີ່ຊອກຄົ້ນປະສົມຂອງ ອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນ ໃນປາງສົມຄາມ ຢູ່ ຫວຽດນາມ (MIA) ຢູ່ ຕາແສງ ແທງຕຽນ, ເມືອງ ແທງເຈືອງ, ແຂວງ ເງະອານ. ທ່ານຮອງລັດຖະມົນຕີ ເນັ້ນໜັກເຖິງ ນະໂຍບາຍມະນຸດສະທຳ, ແຜນນະໂຍບາຍ “ປິດອະດີດໄວ້, ມຸ່ງໄປເຖິງອະນາຄົດ” ຂອງ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະຮ່ວມມືກັບອົງການ MIA ເພື່ອສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ການເມືອງ - ການທູດ, ເສດຖະກິດ - ການຄ້າ; ສາທາລະນະສຸກ, ມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ