ຫວຽດນາມ ຈະແມ່ນ ສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງສະພາສິດທິມະນຸດ

ຫວຽດນາມ ຈະແມ່ນ ສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງສະພາສິດທິມະນຸດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ເຂົ້າຮ່ວມກອງປະຊຸມ
(ພາບ: Tố Uyên/Vietnam+)


(vovworld) – ​​​ວັນ​ທີ 3/3, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 25 ສະພາ​ສິດທິ​ມະນຸດ ສປຊ ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ຢູ່​ສຳນັກ​ງານ​ສະຫະ​ປະຊາ​ຊາດ ທີ່ ​ເຊີ​ແນວ (ປະ​ເທດ​ສະ​ວິດ). ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ສຳ​ເລັດ 5/8 ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ ​ແລະ ມີ​ແງ່​ຫວັງ​ສ້າງ​ສຳ​ເລັດ​ບັນດາ​ຈຸດໝາຍ​ທີ່​ຍັງ​ເຫຼື​ອກ່ອນ​ປີ 2015, ​ເຊິ່ງ​ແມ່ນ 1 ​ໃນ​ຈຳ​ນວນ 10 ປະ​ເທດ​ມີ​ລະດັບ​ລາຍ​ຮັບ​ສູງ​ສຸດ​ໃນ​ຮອບ​ເວລາ 40 ປີ​ຜ່ານ​ມາ​ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ດັດຊະນີ​ການພັດທະນາ​ມະນຸດ​ຂອງ​ອົງການ​ ສປຊ ​ເພື່ອ​ການ​ພັດທະນາ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ການຮັບປະກັນ ​ແລະ ຊຸກ​ຍູ້​ບັນດາ​ສິດທິ​ມະນຸດ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສະພາບ​​ເສດຖະກິດ - ການ​ເງິນທົ່ວ​ໂລກ, ຫວຽດນາມ ບໍ່​ພຽງ​ແຕ່​ຫລຸດຜ່ອນ​ເທົ່າ​ນັ້ນ ຫາກ​ຍັງ​ຍູ້​ແຮງ​ບັນດານ​ະ​ໂຍບາຍ​ຮັບ​ປະກັນ​ຊີວິດ​ການ​​ເປັນ​ຢູ່​ຂອງ ປະຊາຊົນອີກດ້ວຍ, ພິ​ເສດ​ແມ່ນ​ສຳ​ລັບ ​ແມ່ຍິງ, ​ເດັກນ້ອຍ, ປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ອື່ນໆ. ທ່ານ​ຮ​ອງນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ລັດຖະທຳ​ມະນູນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ວັນ​ທີ 28/11/2013 ພາຍຫຼັງ​​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະກອບ​​ເປັນ​ເວລາ​ດົນ​ນານ, ​ໃນ​ນັ້ນ​ມີ 36 ​ມາດຕາ​ໃນ​ຈຳນວນ 120 ມາດຕາ​​ແມ່ນເວົ້າ​ເຖິງ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ, ​ແມ່ນ​ບາດ​ກ້າວ​ດີ​ພໍ​ສົ​ມຄວນ​ຂອງ​ການ​ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິ​ບັນຍັດ, ສອດຄ່ອງ​ກັບ​ບັນດາ​ມາດຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ດ້ວຍ​ບົດຮຽນ, ຜົນສຳ​ເລັດ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຕົນ​, ຫວຽດນາມ ພ້ອມ​ແລ້ວ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ ​ແລະ ວຽກ​ງານ​ລວມຂອງ​ສະພາ​ສິດ​ທິມະນຸດ ​ເພື່ອ​ບັນດາ​ສິດ, ຄວາມ​ເສລີ ​ແລະ ບັນດາ​ຄຸນຄ່າວັດທະນະທຳ​ມະນຸດ.


ຂ່າວ/ບົດ​ອື່ນ