ຫວຽດ​ນາມ - ຈີ​ເລ ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື ແລະ ການ​ສົມ​ທົບ​ກັນ​ໃນ​ບັນ​ຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ປາຊີຟິກ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ສອງພາກພື້ນ.
ຫວຽດ​ນາມ - ຈີ​ເລ ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື ແລະ ການ​ສົມ​ທົບ​ກັນ​ໃນ​ບັນ​ຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີ ສ.ຈີເລ Sebastian Pinera (ພາບ: TTXVN)

ຕອນຄ່ຳວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ດຳເນີນໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີ ສ.ຈີເລ Sebastian Pinera, ເພື່ອແລກປ່ຽນກ່ຽວກັບການພົວພັນຫວຽດນາມ - ຈີເລ, ກໍ່ຄືການຮ່ວມມືລະຫວ່າງສອງປະເທດ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP 26) ຈະມາເຖິງ.

ໃນການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ຕີລາຄາສູງ ການພັດທະນາຢ່າງຕັ້ງໜ້າ ຂອງການພົວພັນສອງຝ່າຍ, ພິເສດແມ່ນວົງເງິນການຄ້າສອງສົ້ນ 9 ເດືອນໃນ ປີ 2021 ບັນລຸໄດ້ 1,47 ຕື້ USD, ເພີ່ມຂຶ້ນ 59% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ບາງມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ໃນໄລຍະຈະມາເຖິງ, ລວມມີການແລກປ່ຽນ ປະສົບການ ແລະການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ - 19, ເຊື່ອມຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ ພາຍຫຼັງຢຸດຕິຊົ່ວຄາວມາໄດ້ໄລຍະໜຶ່ງຍ້ອນ ໂລກລະບາດໂຄວິດ - 19, ຜັນຂະຫຍາຍ ກົນໄກຮ່ວມມື ຢ່າງມີປະສິດທິຜົນ ແລະ ເປັນປະຈຳ, ສົມທົບກັນຊຸກຍູ້ກອບການຮ່ວມມືທາງການຄ້າຫຼາຍຝ່າຍ ແລະ ລະຫວ່າງເຂດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີເລ ໃນປີ 2021.

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ປາຊີຟິກ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ສອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ