ຫວຽດນາມ - ຍີ່່ປຸ່ນ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຢ່າງແຮງ

(VOVWORLD) -ວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຝາກສານອວຍພອນ ເຖິງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ຍີ່ປຸ່ນ (21/09/1973 – 21/09/2018).

ຫວຽດນາມ - ຍີ່່ປຸ່ນ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຢ່າງແຮງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ:VGP) 

ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ໃນ 45 ປີ ຜ່ານມາ, ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງບຸກທະລຸ ໃນທຸກຂົງເຂດ, ຕອບສະໜອງຄວາມປາດຖະໜາ ແລະ ນໍາມາເຊິ່ງຜົນປະໂຫຍດອັນແທດຈິງ ໃຫ້ແກ່ປະຊາຊົນສອງປະເທດ ແລະ ຕັ້ງໜ້າປະກອບສ່ວນ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ; ຫວຽດນາມ ແລະ ຍີ່່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືສໍາຄັນຂອງກັນ. ບົນພື້ນຖານບັນດາໝາກຜົນດີງາມທີ່ບັນລຸໄດ້ໃນ 45 ປີ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກວ່າອີກ ແລະ ມຸ່ງໄປເຖິງລະດັບສູງໃໝ່.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ອວຍພອນ ທ່ານນາຍົກລັດຖະມົນຕີ Shinzo Abe   ທີ່ໄດ້ຮັບການເລືອກຕັ້ງເປັນປະທານພັກເສລີປະຊາທິປະໄຕ ຄືນໃໝ່.

        ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິງມິນ ກໍໄດ້ສົ່ງສານອວຍພອນວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ ເຖິງ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ