ຫວຽດນາມ ຍາດໄດ້ ຫຼຽນຄໍາ 2 ຫຼຽນທີ່ງານແຂ່ງຂັນກິລາມວຍຍິງ ສາກົນ ປີ 2019

(VOVWORLD) -ງານແຂ່ງຂັນກິລາມວຍຍິງສາກົນ ປີ 2019 ໂດຍສະຫະສະມາຄົມມວຍສະໝັກຫຼີ້ນສາກົນ (IFMA) ຈັດຕັ້ງ. ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້, ທິມນັກກິລາມວຍຫວຽດນາມ ລວມມີ 17 ຄົນ.
ຫວຽດນາມ ຍາດໄດ້ ຫຼຽນຄໍາ 2 ຫຼຽນທີ່ງານແຂ່ງຂັນກິລາມວຍຍິງ ສາກົນ ປີ 2019 - ảnh 1ນາງ ບຸ່ຍອຽນລີ ທີ່ພິທີມອບ-ຮັບຫຼຽນໃນງານແຂ່ງຂັນກິລາມວຍຍິງສາກົນ ປິ 2019  (ພາບ: baomoi.com)

ນາງ ບຸ່ຍອຽນລີ ແລະ ຮິ່ງຮ່າຫືວຮ໊ຽວ ໄດ້ຍາດໄດ້ຫຼຽນຄໍາ 2 ຫຼຽນມາໃຫ້ທິມນັກກິລາມວຍຫວຽດນາມ ໃນງານແຂ່ງຂັນກິລາມວຍຍິງສາກົນ ປິ 2019 ເຊິ່ງຫາກໍ່່ສິ້ນສຸດລົງຢູ່ໄທ ໃນວັນທີ 29 ກໍລະກົດ. ດ້ວຍຜົນງານຫຼຽນຄໍາ 2 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ, ທິມນັກກິລາມວຍຫວຽດນາມ ຢືນອັນດັບທີ 7 ໃນຕາຕະລາງຈັດອັນດັບ. ທິມນັກກິລາມວຍຂອງປະເທດເຈົ້າພາບ ໄທ ຢືນອັນດັບທີ 1 ແລະ ຖັດຈາກນັ້ນ ແມ່ນ ລັດເຊຍ.

        ງານແຂ່ງຂັນກິລາມວຍຍິງສາກົນ ປີ 2019 ໂດຍສະຫະສະມາຄົມມວຍສະໝັກຫຼີ້ນສາກົນ (IFMA) ຈັດຕັ້ງ. ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້, ທິມນັກກິລາມວຍຫວຽດນາມ ລວມມີ 17 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ