ຫວຽດນາມ ຍາມໃດກໍ່ຖືການພົວພັນກັບຈີນ ແມ່ນການເລືອກເຟັ້ນຍຸດທະ ສາດ, ບຸລິມະສິດອັນດັບໜຶ່ງ

(VOVWORLD) - ນີ້ແມ່ນຄຳຢັ້ງຢືນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຕອນບ່າຍວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດທ່ານ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ ຫວຽດນາມ - ຈີນ.
ຫວຽດນາມ ຍາມໃດກໍ່ຖືການພົວພັນກັບຈີນ ແມ່ນການເລືອກເຟັ້ນຍຸດທະ ສາດ, ບຸລິມະສິດອັນດັບໜຶ່ງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ
(ພາບ: TTXVN)

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ຈີນ ແມ່ນການ ເລືອກເຟັ້ນຍຸດທະສາດ, ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບຂອງ ຫວຽດນາມ. ນີ້ແມ່ນຄຳຢັ້ງຢືນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຕອນບ່າຍວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດທ່ານ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ ຫວຽດນາມ - ຈີນ.

        ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຕ້ອງ ເພີ່ມທະວີ ແລະ ປະຕິບັດບັນດາການ ເຄື່ອນໄຫວພົວພັນແລກປ່ຽນ, ພົວພັນຂັ້ນສູງ; ຜັນຂະຫຍາຍການຮ່ວມມືລະຫວ່າງສອງພັກ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ ກັບສະພາຜູ້ແທນທົ່ວປະເທດຈີນ ໃຫ້ເປັນຢ່າງດີ; ສືບຕໍ່ເສີມຂະຫຍາຍບົດບາດຂອງຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ... ກ່ຽວກັບບັນຫາທະເລຕາເວັນ ອອກ, ທ່ານ ປະທານປະເທດສະເໜີສອງຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຄວບຄຸມ ແລະ ແກ້ໄຂ ຄວາມບໍ່ລົງລອຍກັນບົນທະເລໃຫ້ເປັນຢ່າງດີ, ເຄົາລົບຜົນປະໂຫຍດເປັນທຳ, ເໝາະສົມກັບກົດໝາຍຂອງກັນ, ເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັນສ້າງທະເລຕາເວັນອອກກາຍເປັນເຂດ ທະເລແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເປັນສຳຄັນ, ຍາມໃດກໍ່ຖືນີ້ແມ່ນທິດທາງບຸລິມະສິດ ສັງລວມໃນການພົວພັນຕ່າງປະເທດບ້ານໃກ້ເຮືອນຄຽງຂອງ ຈີນ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງ ຈີນ ທ່ານ ຫວາງອີ.

ຕອບກັບ

ຂ່າວ/ບົດ​ອື່ນ