ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຈະເຂົ້າຮ່ວມການພົບປະເຈລະຈາ Shangri-La ຢ່າງຕັ້ງໜ້າ

(VOVWORLD) -  ຕອນບ່າຍວັນທີ 16 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ໃຫ້ການຕ້ອນຮັບທ່ານ Tim Huxley, ຜູ້ອຳນວຍການຝ່າຍບໍລິຫານສະຖານບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີຢູ່ ສິງກະໂປ.

ທີ່ການເຮັດວຽກ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຈະເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າທີ່ການເຈລະຈາ Shangri-La ຄັ້ງທີ 18; ຕີລາຄາສູງບົດບາດຂອງການເຈລະຈາ Shangri-La ຄັ້ງຕ່າງໆ ກໍ່ຄືບັນດາຫົວເລື່ອງຈະໄດ້ນຳມາປຶກສາຫາລືທີ່ການເຈລະຈາ Shangri-La ໃນປີ 2019.

        ສ່ວນທ່ານ Tim Huxley, ຕີລາຄາສູງບົດບາດ ແລະ ຂອບໃຈ ຫວຽດນາມ ຍາມໃດກໍ່ສະໜັບສະໜູນເວທີປາໄສ, ປະກອບສ່ວນນຳມາເຊິ່ງຜົນສຳເລັດໃຫ້ບັນດາການຈັດຕັ້ງການເຈລະຈາຄັ້ງຕ່າງໆ; ທ່ານປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຈັດສົ່ງຄະນະຜູ້ແທນການທະຫານຂັ້ນສູງເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ເວທີປາໄສໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ