ຫວຽດນາມ ຍູ້ແຮງການພັດທະນາວິສາຫະກິດວິທະຍາສາດ, ເຕັກໂນໂລຊີ

(VOVWORLD) - ປັດຈຸບັນ ຫວຽດນາມ ມີວິສາຫະກິດໄດ້ຮັບໃບຢັ້ງຢືນວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ 386 ແຫ່ງ. 

ໄປຄຽງຄູ່ກັນນັ້ນ, ມີ 43 ອົງການໄດ້ຮັບໃບຢັ້ງຢືນເຄື່ອນໄຫວເຕັກໂນໂລຊີສູງ ແລະ ວິສາຫະກິດບັນລຸໄດ້ເງື່ອນໄຂວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານກ່ວາ 2000 ແຫ່ງ. ທ່ານ ຟ້າມກົງຕ້າກ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ: ກຳລັງວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ - ສັງຄົມ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ສ້າງນະໂຍບາຍ, ໃຫ້ຄຳປຶກສາໜູນຊ່ວຍຊຸກຍູ້ການເຄື່ອນໄຫວຂອງວິສາຫະກິດ, ອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີ, ນັກຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢູ່ພາຍໃນ ແລະ ຕ່າງປະເທດ ຍູ້ແຮງຈຳນວນວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ຄືຊຸກຍູ້ການພັດທະນາຕະຫລາດວິທະຍາສາດ ແລະ ເຕັກໂນໂລຊີ, ຈາກນັ້ນ ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ